ພາສາລາວ

“ຜູ້ໃດເປັນຜູ້ຜູກ ຜູ້ນັ້ນເປັນຜູ້ແກ້” ຫວັງວ່າອາເມຣິກາຈະສະແດງຄວາມຈິງໃຈໃຫ້ທົ່ວໂລກໄດ້ເຫັນ

cri2022-03-19 17:32:17
Share
Share this with Close
Messenger Pinterest LinkedIn

ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ນັກການເມືອງອາເມຣິກາບາງຄົນໄດ້ສົ່ງສັນຍານຜິດພາດໃຫ້ແກ່ອິດທິກຳລັງ “ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”, “ນີ້ແມ່ນອັນຕະລາຍທີ່ສຸດ”. ທ່ານເນັ້ນໜັກວ່າຖ້າວ່າແກ້ໄຂບັນຫາໄຕ້ຫວັນບໍ່ເໝາະສົມ, ຈະທຳລາຍສາຍພົວພັນລະຫວ່າງສອງປະເທດຈາກຂັ້ນພື້ນຖານ. ອາເມຣິກາຕ້ອງເອົາໃຈໃສ່ບັນຫາດັ່ງກ່າວຢ່າງພຽງພໍ, ຕ້ອງລະມັດລະວັງໃນດ້ານວາຈາແລະການກະທຳເພື່ອຫຼີກເວັ້ນບໍ່ໃຫ້ເກີດຜົນກະທົບຕໍ່ຕົນເອງ.

ໃນເວລາເວົ້າເຖິງວິກິດການອູແກຼນ, ທ່ານສີຈິ້ນຜິງ ເນັ້ນໄດ້ໜັກອີກວ່າ: “ວຽກງານອັນຮີບດ່ວນທີ່ສຸດ” ແມ່ນສືບຕໍ່ດຳເນີນການເຈລະຈາ, ຫຼີກເວັ້ນບໍ່ໃຫ້ປະຊາຊົນເສຍຊີວິດແລະບາດເຈັບ, ປ້ອງກັນບໍ່ໃຫ້ເກີດວິກິດການດ້ານມະນຸດສະທຳ, ບັນລຸເປົ້າໝາຍການຢຸດຍິງກັນໂດຍໄວ. “ວິທີແກ້ໄຂໄລຍະຍາວ” ແມ່ນປະເທດໃຫຍ່ຄວນເຄົາລົບນັບຖືເຊິ່ງກັນແລະກັນ, ປະຖິ້ມແນວຄິດສົງຄາມເຢັນ, ປະຖິ້ມການເປັນປໍລະປັກກັນ, ສ້າງໂຄງປະກອບຄວາມໝັ້ນຄົງພາກພື້ນກໍຄືຂອງໂລກທີ່ດຸນດ່ຽງ, ມີປະສິດທິຜົນແລະແບບຍືນຍົງ. ແຜນການດັ່ງກ່າວມີຫຼັກໝັ້ນແລະຫຼັກການ, ທັງມີວິທີແກ້ໄຂລະອຽດ; ມີວິທີແກ້ໄຂໃນໄລຍະສັ້ນທັງມີວິທີແກ້ໄຂໃນໄລຍະຍາວ; ໄດ້ສະແດງໃຫ້ເຫັນເຖິງຈິດໃຈເອົາໃຈໃສ່ນຳຊີວິດການເປັນຢູ່ຂອງປະຊາຊົນຢ່າງເລິກເຊິ່ງ, ແມ່ນຄວາມພະຍາຍາມຫຼ້າສຸດຂອງຈີນເພື່ອແກ້ໄຂວິກິດການອູແກຼນ.

ໃນໂອກາດພົບປະກັນ, ອຝ່າຍາເມຣິກາກ່າວວ່າ: ຍິນດີແລກປ່ຽນຄວາມເຫັນກັບປະເທດຈີນ, ປ້ອງກັນບໍ່ໃຫ້ຄວາມຂັດແຍ້ງກັນຮຸນແຮງກວ່າເກົ່າ. ຫວັງວ່າອາເມຣິກາສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ໃຊ້ການກະທຳຕົວຈິງເພື່ອປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ, ແລະປະຕິບັດຕາມຄຳໝັ້ນສັນຍາທາງການເມືອງຂອງປະທານາທິບໍດີໄບເດັນ. ຖ້າວ່າອາເມຣິກາສະແຫວງຫາການສະໜັບສະໜູນແລະການປະສານງານຂອງປະເທດຈີນ, ແຕ່ໃນຂະນະດຽວກັນພັດໃສ່ຮ້າຍປ້າຍສີປະເທດຈີນແລະຂົ່ມຂູ່ປະເທດຈີນດ້ວຍການລົງໂທດ, ນີ້ແມ່ນເລື່ອງທີ່ເປັນໄປບໍ່ໄດ້ແທ້ໆ.

首页上一页12 2

Share this story on

Messenger Pinterest LinkedIn