ພາສາລາວ

“ຜູ້ໃດເປັນຜູ້ຜູກ ຜູ້ນັ້ນເປັນຜູ້ແກ້” ຫວັງວ່າອາເມຣິກາຈະສະແດງຄວາມຈິງໃຈໃຫ້ທົ່ວໂລກໄດ້ເຫັນ

cri2022-03-19 17:32:17
Share
Share this with Close
Messenger Pinterest LinkedIn

ໃນເວລາພົບປະສົນທະນາກັນກັບທ່ານໄບເດັນປະທານາທິບໍດີອາເມຣິກາຜ່ານທາງວິດີໂອໃນວັນທີ 18 ມີນານີ້ ທ່ານສີຈິ້ນຜິງປະທານປະເທດຈີນກ່າວວ່າ, “ພວກເຮົາບໍ່ພຽງແຕ່ ຕ້ອງສຳພາສາຍພົວພັນຈີນແລະອາເມຣິກາໃຫ້ ຂະຫຍາຍຕົວໄປໜ້າຕາມ ທິດທາງທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຄວນແບກຫາບໜ້າທີ່ຮັບຜິດຊອບ ສາກົນເທົ່າທີ່ຄວນ, ແລະທຳຄວາມພະຍາຍາມ ເພື່ອສັນຕິພາບ ແລະ ຄວາມ ສະຫງົບຂອງໂລກ.”

ປະຈຸບັນ, ຍ້ອນກຸ່ມນາໂຕທີ່ນຳພາໂດຍອາເມຣິກາໄດ້ຍຸແຍ່ຢູ່ບໍ່ເຊົາ ເຮັດໃຫ້ການປະທະກັນທາງການທະຫານລະຫວ່າງຣັດເຊຍກັບອູແກລນຍັງສືບຕໍ່ໄປ, ແຕ່ອາເມຣິກາທີ່ເປັນຜູ້ກໍ່ໃຫ້ເກີດວິກິດການອູແກລນຄັ້ງນີ້ບໍ່ເອົາຫົວຊານຳພັນທະໜ້າທີ່ຂອງຕົນເອງ, ຍັງໃຊ້ມາດຕະການໄມ້ແຂງຂົ່ມຂູ່, ຫັນເຫຄວາມຂັດແຍ້ງພາຍໃນປະເທດ ແລະສວຍໂອກາດຫາຜົນປະໂຫຍດ, ເຮັດໃຫ້ການພົວພັນຈີນ-ອາເມລິກາ ແລະສັນນຕິພາບຂອງໂລກຜະເຊີນກັບສິ່ງທ້າທາຍຫຼາຍກວ່າເກົ່າ. ສະນັ້ນ ການສົນທະນາທາງອອນລາຍລະຫວ່າງປະມຸກລັດຈີນ-ອາເມຣິກາຈິ່ງມີຄວາມໝາຍສຳຄັນທີ່ສຸດຕໍ່ທັງສອງປະເທດແລະຕໍ່ທົ່ວໂລກ.

ໃນເວລາສົນທະນາກັນ, ທ່ານໂຈໄບເດັນໄດ້ກ່າວເນັ້ນວ່າ, ອາເມຣິກາຈະບໍ່ກໍ່ສົງຄາມເຢັນຄັ້ງໃໝ່ກັບຈີນ, ບໍ່ສະແຫວງຫາປ່ຽນແປງລະບອບການເມືອງຂອງຈີນ, ບໍ່ຄັດຄ້ານຈີນໂດຍຜ່ານການເພີ່ມທະວີສາຍພົວພັນກັບພັນທະມິດຕ່າງໆ, ບໍ່ສະໜັບສະໜູນໄຕ້ຫວັນເປັນເອກະລາດ, ບໍ່ເຈດຕະນາກໍ່ການປະທະກັບຈີນ. ທ່ານສີຈິ້ນຜິງກໍ່ໄດ້ສະແດງການໃຫ້ຄວາມສຳຄັນຢ່າງສູງຕໍ່ການສະແດງທ່າທີດັ່ງກ່າວຂອງທ່ານໄລເດັຍ, ແລະຊີ້ອອກວ່າ, ສາເຫດທີ່ພາໃຫ້ການພົວພັນຈີນ-ອາເມລິກາຕົກຢູ່ໃນສະພາບຄືໃນປະຈຸບັນ ແມ່ນຍ້ອນວ່າອາເມລິກາບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ກ່ຽວຂ້ອງຂອງຕົນ, ເຊິ່ງກໍ່ຊີ້ໃຫ້ເຫັນຄວາມເຂົ້າໃຈຜິດຢ່າງເລິກເຊິ່ງຂອງອາເມລິກາທີ່ຖືກຈີນເປັນ “ສັດຕູສົມມຸດ”.

12全文 2 下一页

Share this story on

Messenger Pinterest LinkedIn