ພາສາລາວ

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປຶກສາຫາລືບັນຫາຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ອູແກຼນອີກຄັ້ງໜຶ່ງ

cri2022-03-19 14:38:58
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດຂຶ້ນໃນວັນທີ 18 ມີນານີ້, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຂໍ້ມູນໃດໆທີ່ກ່ຽວພັນເຖິງການເຄື່ອນໄຫວທາງການທະຫານຊີວະພາບລ້ວນແຕ່ຄວນໄດ້ຮັບຄວາມເອົາໃຈໃສ່ແລະໃຫ້ຄວາມສຳຄັນໃນລະດັບສູງຈາກປະຊາຄົມໂລກ, ຝ່າຍທີ່ກ່ຽວຂ້ອງຄວນຕອບສະໜອງກັບຄວາມລະແວງສົງໄສຂອງປະຊາຄົມໂລກແລະໃຫ້ຄວາມກະຈ່າງແຈ້ງຢ່າງຮອບດ້ານແລະທັນເວລາ, ເພື່ອລຶບລ້າງຄວາມເປັນຫ່ວງຂອງປະຊາຄົມໂລກ.

ທ່ານຈ່າງຈຸ່ນ ກ່າວວ່າ: ຈີນມີຈຸດຢືນເກືອດຫ້າມແລະທຳລາຍອາວຸດລ້າງຜານຂະໜາດໃຫຍ່ທັງໝົດລວມທັງອາວຸດຊີວະພາບແລະອາວຸດເຄມີ ຢ່າງຮອບດ້ານແລະເຖິງຖອງ, ເດັດດ່ຽວຄັດຄ້ານປະເທດໃດໆຄົ້ນຄວ້າ, ພັດທະນາ, ມີໄວ້ໃນຄອງຫຼືນຳໃຊ້ອາວຸດຊີວະພາບແລະອາວຸດເຄມີບໍ່ວ່າໃນສະພາບການໃດກໍຕາມ, ຈີນເລັ່ງທວງໃຫ້ປະເທດທີ່ຍັງບໍ່ທັນໄດ້ທຳລາຍອາວຸດເຄມີທີ່ມີຢູ່ໃນສາງນັ້ນສຳເລັດວຽກງານທຳລາຍອາວຸດເຄມີໂດຍໄວ. ການປະຕິບັດຕາມ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ແມ່ນພັນທະຂອງທຸກປະເທດທີ່ລົງນາມໃນສັນຍາດັ່ງກ່າວ. ຈີນຮຽກຮ້ອງໃຫ້ດຳເນີນການເຈລະຈາເພື່ອສ້າງກົນໄກກວດສອບຕາມ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ໂດຍໄວ, ນີ້ຈະມີຜົນດີຕໍ່ກາຍົກສູງລະດັບຄວາມໝັ້ນຄົງດ້ານຊີວະພາບຂອງໂລກ.

Share this story on

Messenger Pinterest LinkedIn