ພາສາລາວ

ປະເທດສະມາຊິກສະຫະພັນເສດຖະກິດເອີຣົບອາຊີຈະນຳໃຊ້ການຊຳລະສະສາງດ້ວຍເງິນຕາປະເທດຕົນຢູ່ດ່ານພາສີເທື່ອລະກ້າວ

cri2022-03-19 14:15:33
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມີນານີ້ຕາມເວລາທ້ອງຖີ່ນ, ທ່ານເຣເຊັດນິໂກຟ ລັດຖະມົນຕີກະຊວງການພັດທະນາເສດຖະກິດຣັດເຊຍກ່າວວ່າ, ປະເທດສະມາຊິກສະຫະພັນເສດຖະກິດເອີຣົບອາຊີ(Eurasian Economic Union)ໄດ້ເປັນເອກະພາບກັນກ່ຽວກັບການຊຳລະສະສາງດ້ວຍເງິນຕາປະເທດຕົນຢູ່ດ່ານພາສີໂດຍແບ່ງເປັນໄລຍະ ແຕ່ຈະຖືຣູບຂອງຣັດເຊຍເປັນເງິນຕາຊຳລະສະສາງເປັນຕົ້ນຕໍ. ທ່ານກ່າວວ່າ, ເຮັດແນວນີ້ມີຜົນດີຕໍ່ການສ້າງເປັນເຂດຣູບທີ່ເປັນເອກະພາບກັນ.

ສະຫະພັນເສດຖະກິດເອີຣົບອາຊີສ້າງຕັ້ງຂຶ້ນເມື່ອປີ 2015 ໂດຍມີຣັດເຊຍ, ກາຊັກສະຖານ, ເບໂລຣູຊີ, ກຽດກີຊີສະຖານແລະອາເມນີເປັນສະມາຊິກ.

Share this story on

Messenger Pinterest LinkedIn