ພາສາລາວ

ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນໄດ້ເພີ່ມພະລັງແຮງໃຫ້ແກ່ການພັດທະນາຂອງໂລກຢ່າງຕໍ່ເນື່ອງ

cri2022-03-18 09:54:28
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມ “ສອງສະພາ” ຂອງຈີນທີ່ຈັດຂຶ້ນໃນທຸກປີ, ສື່ມວນຊົນຕ່າງປະເທດລ້ວນແຕ່ໄດ້ສົນໃຈນຳການວາງແຜນຕ່າງໆໃນບົດລາຍງານວຽກງານຂອງລັດຖະບານຈີນ. ໃນບົດລາຍງານວຽກງານຂອງລັດຖະບານຈີນປີ 2022, ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນທີ່ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນຈະເຕີບໂຕປະມານ 5,5% ໄດ້ກາຍເປັນຈຸດສຸມອີກຄັ້ງໜຶ່ງ.

ບຸກຄົນສາກົນຫຼາຍທ່ານຊີ້ໃຫ້ເຫັນວ່າ: ໃນປີຜ່ານມາ, ຈີນໄດ້ຮັບຜົນງານຢ່າງໃຫຍ່ຫຼວງໃນທຸກດ້ານ, ບົດລາຍງານວຽກງານຂອງລັດຖະບານຈີນໄດ້ສະເໜີເປົ້າໝາຍການເຕີບໂຕດ້ານເສດຖະກິດສັງຄົມຂອງຈີນໃນປີນີ້, ໄດ້ສະແດງໃຫ້ເຫັນເຖິງທັດສະນະທີ່ຕິດແທດຕົວຈິງແລະຄວາມຕັດສິນໃຈທີ່ສືບຕໍ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຈະເປັນການເພີ່ມຄວາມໝັ້ນໃຈໃຫ້ຕະຫຼາດຕື່ມອີກ, ແລະເພີ່ມພະລັງແຮງໃຫ້ແກ່ການພັດທະນາຂອງໂລກຢ່າງຕໍ່ເນື່ອງ.

ທ່ານທະນົງສິນ ກັນລະຍາ ຮອງປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວກ່າວວ່າ: ພາຍໃຕ້ສະພາບການທີ່ທົ່ວໂລກຍັງຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດຈີນສາມາດຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງເຊິ່ງເປັນທີ່ປະຈັກຕາຕໍ່ຄົນທັງຫຼາຍ.

ທ່ານສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນວ່າ: ເສດຖະກິດຈີນໄດ້ເຕີບໂຕພາຍໃຕ້ສະພາບການທີ່ເສດຖະກິດຂອງປະເທດຕ່າງໆໃນໂລກເຕີບໂຕໃນທາງລົບ, ເຊິ່ງເປັນຜົນງານທີ່ໜ້າຊົມເຊີຍ. ການພັດທະນາເສດຖະກິດຂອງຈີນຢ່າງດີງາມໄດ້ສົ່ງສັນຍານຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດໂລກ.

ໜັງສືພິມນິວຢອກທາມສ໌ ຂອງອາເມຣິກາໄດ້ລາຍງານໂດຍອ້າງຕາມຖ້ອຍຄວາມຂອງທ່ານຫຼີ້ເຄີ້ສຽງ ທີ່ກ່າວໃນເວລາຜ່ານບົດລາຍງານວຽກງານຂອງລັດຖະບານວ່າ: “ວຽກງານຂອງພວກເຮົາໃນປີນີ້, ຄວນເຮັດໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງເຊິ່ງເປັນໜ້າທີ່ສຳຄັນທີ່ສຸດ, ຕ້ອງພັດທະນາເສດຖະກິດບົນພື້ນຖານມີຄວາມໝັ້ນທ່ຽງ.” ນອກນັ້ນ, ໜັງສືພິມດັ່ງກ່າວຍັງໄດ້ຊີ້ໃຫ້ເຫັນວ່າ: ເປົ້າໝາຍທີ່ເສດຖະກິດຈີນຈະເຕີບໂຕປະມານ 5,5% ໃນປີ 2022 ໄດ້ສະແດງໃຫ້ເຫັນເຖິງຄວາມສົນໃຈຂອງລັດຖະບານຈີນຕໍ່ການສະໜັບສະໜູນການເຕີບໂຕຂອງເສດຖະກິດ.

ຂ່າວສານລອຍເຕີຂອງອັງກິດລາຍງານວ່າ: ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງສາມາດໃຫ້ການສະໜັບສະໜູນຕໍ່ການເຕີບໂຕຂອງເສດຖະກິດໂລກ, ພ້ອມກັນນັ້ນຍັງຜ່ອນຄາຍຜົນກະທົບຕໍ່ເສດຖະກິດໂລກຍ້ອນວິກິດການອູແກຼນ.

ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ໃນ 10 ປີຜ່ານມາ, ການເຕີບໂຕຂອງເສດຖະກິດຈີນໄດ້ກວມອັດຕາການເຕີບໂຕຂອງເສດຖະກິດໂລກປະມານ 30%. ເຖິງວ່າໃນ 2 ປີຜ່ານມາທີ່ພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກຢ່າງຮ້າຍແຮງ, ຈັງຫວະການເຕີບໂຕຂອງເສດຖະກິດຈີນສະເລ່ຍຕໍ່ປີຍັງໄດ້ບັນລຸເຖິງ 5,1%, ເຊິ່ງເປັນລະດັບນຳໜ້າໃນກຸ່ມເສດຖະກິດຕົ້ນຕໍຂອງ ໂລກ, ໄດ້ກາຍເປັນເຄື່ອງຈັກທີ່ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕຢ່າງຕໍ່ເນື່ອງ. ໃນຖານະເປັນກຸ່ມເສດຖະກິດລະດັບ 17.000 ຕື້ໂດລາສະຫະລັດເຊັ່ນກັນ, ນັບແຕ່ປີ 2014 ມາຮອດປັດຈຸບັນ, ນອກຈາກປີ 2021 ແລ້ວ, ເສດຖະກິດຂອງອາເມຣິກາບໍ່ມີປີໃດໄດ້ເຕີບໂຕຫຼາຍກວ່າ 3,1%. ຖ້າພວກເຮົາທົບທວນຄືນປະຫວັດສາດແມ່ນສາມາດພົບເຫັນວ່າ, ນັບແຕ່ປີ 1961 ມາຮອດປັດຈຸບັນ, ໃນໄລຍະ 61 ປີດັ່ງກ່າວ, ເສດຖະກິດອາເມຣິກາມີພຽງແຕ່ 7 ປີໄດ້ເຕີບໂຕຫຼາຍກວ່າ 5,5%.

ຈີນໄດ້ເພີ່ມພະລັງແຮງໃຫ້ແກ່ເສດຖະກິດໂລກຢ່າງຕໍ່ເນື່ອງ, ບໍ່ພຽງແຕ່ແມ່ນຕົວເລກເສດຖະກິດເຕີບໂຕເທົ່ານັ້ນ, ຍິ່ງໄປກວ່ານັ້ນຍ້ອນວ່າຈີນໄດ້ປະຕິບັດທັດສະນະການພັດທະນາໃໝ່, ສ້າງສະຖານະພາບການພັດທະນາໃໝ່, ແລະບາດກ້າວອັນເດັດດ່ຽວໜຽວແໜ້ນທີ່ຊຸກຍູ້ໃຫ້ເສດຖະກິດຈີນພັດທະນາທີ່ມີຄຸນນະພາບສູງ; ແມ່ນຍ້ອນວ່າຄຳໝັ້ນສັນຍາອັນບໍ່ປ່ຽນແປງຂອງປະເທດຈີນທີ່ສືບຕໍ່ເປີດຕະຫຼາດສູ່ພາຍນອກ, ສ້າງໂອກາດພັດທະນາແກ່ວິສາຫະກິດຂອງປະເທດຕ່າງໆທີ່ດຳເນີນທຸລະກິດຢູ່ຈີນໃຫ້ຫຼາຍກວ່າເກົ່າ, ແລະແມ່ນຍ້ອນວ່າຄວາມໝັ້ນໃຈຂອງລັດຖະບານຈີນທີ່ຕັ້ງໃຈເຮັດວຽກງານຂອງຕົນໃຫ້ດີບໍ່ປ່ຽນແປງ. ເລື່ອງນີ້ບໍ່ພຽງແຕ່ມີຜົນດີຕໍ່ປະເທດຈີນເທົ່ານັ້ນ, ຍັງມີຄວາມໝາຍຢ່າງເລິກເຊິ່ງຕໍ່ການພັດທະນາເສດຖະກິດຂອງພາກພື້ນກໍຄືຂອງໂລກອີກດ້ວຍ.

Share this story on

Messenger Pinterest LinkedIn