ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນໄດ້ເພີ່ມພະລັງແຮງໃຫ້ແກ່ການພັດທະນາຂອງໂລກຢ່າງຕໍ່ເນື່ອງ
ໃນກອງປະຊຸມ “ສອງສະພາ” ຂອງຈີນທີ່ຈັດຂຶ້ນໃນທຸກປີ, ສື່ມວນຊົນຕ່າງປະເທດລ້ວນແຕ່ໄດ້ສົນໃຈນຳການວາງແຜນຕ່າງໆໃນບົດລາຍງານວຽກງານຂອງລັດຖະບານຈີນ. ໃນບົດລາຍງານວຽກງານຂອງລັດຖະບານຈີນປີ 2022, ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນທີ່ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນຈະເຕີບໂຕປະມານ 5,5% ໄດ້ກາຍເປັນຈຸດສຸມອີກຄັ້ງໜຶ່ງ.
ບຸກຄົນສາກົນຫຼາຍທ່ານຊີ້ໃຫ້ເຫັນວ່າ: ໃນປີຜ່ານມາ, ຈີນໄດ້ຮັບຜົນງານຢ່າງໃຫຍ່ຫຼວງໃນທຸກດ້ານ, ບົດລາຍງານວຽກງານຂອງລັດຖະບານຈີນໄດ້ສະເໜີເປົ້າໝາຍການເຕີບໂຕດ້ານເສດຖະກິດສັງຄົມຂອງຈີນໃນປີນີ້, ໄດ້ສະແດງໃຫ້ເຫັນເຖິງທັດສະນະທີ່ຕິດແທດຕົວຈິງແລະຄວາມຕັດສິນໃຈທີ່ສືບຕໍ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຈະເປັນການເພີ່ມຄວາມໝັ້ນໃຈໃຫ້ຕະຫຼາດຕື່ມອີກ, ແລະເພີ່ມພະລັງແຮງໃຫ້ແກ່ການພັດທະນາຂອງໂລກຢ່າງຕໍ່ເນື່ອງ.
ທ່ານທະນົງສິນ ກັນລະຍາ ຮອງປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວກ່າວວ່າ: ພາຍໃຕ້ສະພາບການທີ່ທົ່ວໂລກຍັງຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດຈີນສາມາດຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງເຊິ່ງເປັນທີ່ປະຈັກຕາຕໍ່ຄົນທັງຫຼາຍ.
ທ່ານສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນວ່າ: ເສດຖະກິດຈີນໄດ້ເຕີບໂຕພາຍໃຕ້ສະພາບການທີ່ເສດຖະກິດຂອງປະເທດຕ່າງໆໃນໂລກເຕີບໂຕໃນທາງລົບ, ເຊິ່ງເປັນຜົນງານທີ່ໜ້າຊົມເຊີຍ. ການພັດທະນາເສດຖະກິດຂອງຈີນຢ່າງດີງາມໄດ້ສົ່ງສັນຍານຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດໂລກ.
ໜັງສືພິມນິວຢອກທາມສ໌ ຂອງອາເມຣິກາໄດ້ລາຍງານໂດຍອ້າງຕາມຖ້ອຍຄວາມຂອງທ່ານຫຼີ້ເຄີ້ສຽງ ທີ່ກ່າວໃນເວລາຜ່ານບົດລາຍງານວຽກງານຂອງລັດຖະບານວ່າ: “ວຽກງານຂອງພວກເຮົາໃນປີນີ້, ຄວນເຮັດໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງເຊິ່ງເປັນໜ້າທີ່ສຳຄັນທີ່ສຸດ, ຕ້ອງພັດທະນາເສດຖະກິດບົນພື້ນຖານມີຄວາມໝັ້ນທ່ຽງ.” ນອກນັ້ນ, ໜັງສືພິມດັ່ງກ່າວຍັງໄດ້ຊີ້ໃຫ້ເຫັນວ່າ: ເປົ້າໝາຍທີ່ເສດຖະກິດຈີນຈະເຕີບໂຕປະມານ 5,5% ໃນປີ 2022 ໄດ້ສະແດງໃຫ້ເຫັນເຖິງຄວາມສົນໃຈຂອງລັດຖະບານຈີນຕໍ່ການສະໜັບສະໜູນການເຕີບໂຕຂອງເສດຖະກິດ.