ພາສາລາວ

ລັດຖະບານຕົງກາໄດ້ຮັບເຄື່ອງຊ່ວຍເຫຼືອສຸກເສີນງວດທຳອິດຈາກຈີນແລ້

cri2022-01-21 14:29:38
Share
Share this with Close
Messenger Pinterest LinkedIn

ກະຊວງການຕ່າງປະເທດຈີນໄດ້ເປີດເຜີຍວ່າ: ວັນທີ 19 ມັງກອນນີ້, ລັດຖະບານຈີນໄດ້ສົ່ງເຄື່ອງຊ່ວຍເຫຼືອສຸກເສີນງວດໜຶ່ງລວມມີນ້ຳດື່ມ, ອາຫານແລະອື່ນໆທີ່ມີມູນຄ່າ 2 ແສນ 8 ໝື່ນຢວນໄປມອບໃຫ້ລັດຖະບານຕົງກາໂດຍຜ່ານສະຖານທູດຈີນປະຈຳຕົງກາ.

ທ່ານທາຍ ຮອງນາຍົກລັດຖະມົນຕີທັງເປັນປະທານຄະນະກຳມະການຮັບມືສຸກເສີນແຫ່ງຊາດຕົງກາກ່າວວ່າ: ຂໍສະແດງຄວາມຂອບໃຈນຳປະເທດຈີນທີ່ໃຫ້ການຊ່ວຍເຫຼືອເຄື່ອງດັ່ງກ່າວຢ່າງຈິງໃຈ, ນີ້ແມ່ນເຄື່ອງໃຊ້ທີ່ຈຳເປັນງວດທຳອິດທີ່ລັດຖະບານຕົງກາໄດ້ຮັບພາຍຫຼັງເກີດໄພພິບັດ.

ປັດຈຸບັນ, ລັດຖະບານຈີນພວມຕິດຕາມສະພາບການປະສົບໄພຢູ່ຕົງກາຢ່າງໃກ້ຊິດ, ແລະຈະສຸມກຳລັງຢ່າງສຸດຂີດເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອໄປໃຫ້ຕົງກາອີກ, ເພື່ອຊ່ວຍເຫຼືອລັດຖະບານແລະປະຊາຊົນຕົງກາໃຫ້ສາມາດຮັບມືກັບໄພພິບັດແລະສ້າງສາບ້ານເມືອງຄືນໃໝ່ໂດຍໄວ.

Share this story on

Messenger Pinterest LinkedIn