ພາສາລາວ

ປະເທດບຣິກສ໌ຈັດກອງປະຊຸມຜູ້ປະສານງານປີ 2022 ຄັ້ງທຳອິດ

cri2022-01-20 14:13:22
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມັງກອນນີ້, ກອງປະຊຸມຜູ້ປະສານງານປີ 2022 ຂອງປະເທດບຣິກສ໌ຄັ້ງທຳອິດໄດ້ຈັດຂຶ້ນຜ່ານທາງວິດີໂອ, ໄດ້ເປີດຂະບວນການ “ປີສຳລັບປະເທດຈີນ” ຂອງປະເທດບຣິກສ໌.

ທ່ານມາຈ່າວຊູ້ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນທັງເປັນຜູ້ປະສານງານວຽກງານປະເທດບຣິກສ໌ຂອງຈີນໄດ້ເປັນປະທານຈັດກອງປະຊຸມດັ່ງກ່າວ, ຜູ້ປະສານງານວຽກງານປະເທດບຣິກສ໌ຂອງຣັດເຊຍ, ອິນເດຍ, ບຣາຊີນແລະອາຟຣິກາໃຕ້ແລະຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ແນະນຳແນວຄິດຮ່ວມມືໃນຂົງເຂດຕ່າງໆຢ່າງລະອຽດ, ຝ່າຍຕ່າງໆໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບທິດທາງການຮ່ວມມືແລະວຽກງານສຳຄັນຂອງປະເທດບຣິກສ໌, ສຳລັບປີນີ້ແລະໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.

ວັນທີ 1 ມັງກອນນີ້, ຈີນໄດ້ເປັນປະເທດປະທານໝູນວຽນຂອງປະເທດບຣິກສ໌, ທັງຈະເປັນເຈົ້າພາບຈັດກິດຈະກຳຕ່າງໆເຊັ່ນ: ການພົບປະກັນລະຫວ່າງຜູ້ນຳປະເທດບຣິກສ໌ຄັ້ງທີ 14 ແລະອື່ນໆ. ກອງປະຊຸມຜູ້ປະສານງານຄັ້ງນີ້ແມ່ນກິດຈະກຳຈັດຂຶ້ນຢ່າງເປັນທາງການຄັ້ງທຳອິດພາຍຫຼັງຈີນເປັນປະເທດປະທານໝູນວຽນປະເທດບຣິກສ໌, ໜ້າທີ່ຕົ້ນຕໍແມ່ນເລີ່ມປະຕິບັດວຽກງານກະກຽມການພົບປະກັນລະຫວ່າງຜູ້ນຳປະເທດບຣິກສ໌.

Share this story on

Messenger Pinterest LinkedIn