ພາສາລາວ

ຮອງນາຍົກເຢຍລະມັນຮຽກຮ້ອງໃຫ້ເພິ່ມທະວີດ້ານອຸດສາຫະກຳແຕ່ຕ້ອງປົກປັກຮັກສາດິນຟ້າອາກາດ

cri2022-01-14 14:45:06
Share
Share this with Close
Messenger Pinterest LinkedIn

ວັນທີ 13 ມັງກອນນີ້, ທ່ານໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດເຢຍລະມັນໄດ້ກ່າວຄຳປາໄສຢູ່ສະພາສະຫະພັນຮຽກຮ້ອງໃຫ້ເພີ່ມທະວີດ້ານອຸດສາຫະກຳແຕ່ຕ້ອງປົກປັກຮັກສາດິນຟ້າອາກາດ.

ທ່ານຮາເປັກໄດ້ຊີ້ແຈງວ່າຄວນຖືເອົາບັນຫາການປົກປັກຮັກສາດິນຟ້າອາກາດເປັນໂອກາດີພັດທະນາເສດຖະກິດ, ໂດຍຜະເຊີນຫນ້າກັບສະພາບທີ່ລາຄາພະລັງງານຖີບໂຕສູງຂຶ້ນເລື້ອຍໆ,ເຢັຍລະມັນຄວນຫຼຸດລະດັບການອາໄສການນຳເຂົ້າພະລັງງານຕ່າງໆ ເຊັ່ນ: ອາຍແກັສທຳມະຊາດ, ນ້ຳມັນເຊື້ອໄຟ ແລະ ຖ່ານຫີນເປັນຕົ້ນ, ພ້ອມທັງເລັ່ງຊຸກຍູ້ການນຳໃຊ້ພະລັງງານສີຂຽວຕ່າງໆ ເຊັ່ນ: ພະລັງງານລົມ ແລະ ພະລັງງານແສງຕາເວັນເປັນຕົ້ນ. ນີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ສິ່ງແວດລ້ອມເທົ່ານັ້ນ ຍັງຈະສາມາດປຸກລະດົມຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຂອງເຢຍລະມັນໄດ້ນຳອີກ.

ທ່ານຮາເປັກຍັງຮຽກຮ້ອງໃຫ້ພັກຕ່າງໆຮ່ວມກັນພິຈາລະນາເຖິງການປ່ຽນຮູບແບບພະລັງງານປ່ຽນຮູບການ.ທ່ານໄດ້ເນັ້ນໜັກວ່າການປົກປັກຮັກສາດິນຟ້າອາກາດຈະສ້າງໂອກາດໃຫ້ກັບການພັດທະນາອຸດສາຫະກຳ,ການປົກປັກຮັກສາດິນຟ້າອາກາດເປັນ“ສິ່ງທ້າທາຍແຕ່ສາມາດຊ່ວຍໃຫ້ພວກເຮົາເຕີບໂຕໄດ້”.

Share this story on

Messenger Pinterest LinkedIn