ພາສາລາວ

ອາຟຣິກາວາງແຜນຍົກສູງຄວາມສາມາດດ້ານການຜະລິດວັກຊີນໂຄວິດ-19

cri2021-12-07 16:11:40
Share
Share this with Close
Messenger Pinterest LinkedIn

ວັນທີ 6 ທັນວານີ້, ສູນຄວບຄຸມ ແລະປ້ອງກັນພະຍາດອາຟຣິກາໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບການພົວພັນຄູ່ຮ່ວມມືຜະລິດວັກຊີນອາຟຣິກາ ຢູ່ທີ່ນະຄອນຫຼວງຄີກາລີ ປະເທດຣູວັນດາ. ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຫັນວ່າ: ຍ້ອນມີຄວາມບໍ່ຍຸດຕິທຳໃນການແບ່ງປັນວັກຊີນໂຄວິດ-19 ແລະສາເຫດອື່ນໆ ຈຶ່ງເຮັດໃຫ້ການເພີ່ມຄວາມສາມາດດ້ານການຜະລິດວັກຊີນໂຄວິດ-19 ຢູ່ອາຟຣິກາມີຄວາມຈຳເປັນຮີບດ່ວນທີ່ສຸດ.

ທ່ານເຕໂດຣສ ອັດຮານົມ ເກເບຣເຢຊຸສ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ກຸ່ມ G20 ໄດ້ມີວັກຊີນໂຄວິດ-19 ກວມຫຼາຍກວ່າ 18% ຂອງໂລກ, ສ່ວນປະເທດທີ່ມີລາຍໄດ້ຕ່ຳ ໄດ້ຮັບພຽງແຕ່ 0,6% ເທົ່ານັ້ນ. ຄວາມບໍ່ຍຸດຕິທຳໃນການແບ່ງປັນວັກຊີນ ໂດຍສະເພາະໃນເວລາທີ່ເຊື້ອໂອມິຄຣອນປາກົດຂຶ້ນ ໄດ້ເຮັດໃຫ້ການຍົກສູງຄວາມສາມາດດ້ານການຜະລິດວັກຊີນມີຄວາມສຳຄັນຫຼາຍກວ່າເກົ່າ.

ທ່ານນາງໂມນິກ ແອນຊານຊາບາການວາ ຮອງປະທານຄະນະກຳມະການສະຫະພາບອາຟຣິກາກ່າວວ່າ: ຕາມແຜນການຂອງສະຫະພາບອາຟຣິກາ, ເມື່ອຮອດປີ 2040, ອາຟຣິກາຈະສາມາດຄົ້ນຄວ້າພັດທະນາ, ຜະລິດ ແລະສະໜອງວັກຊີນ ຕາມທີ່ແຜ່ນດິນໃຫຍ່ອາຟຣິກາຕ້ອງການໄດ້ 60% ຂຶ້ນໄປ.

Share with:

2021-12-07 16:11:40 cri

Share this story on

Messenger Pinterest LinkedIn