ພາສາລາວ

ອາເມຣິກາຖືເອົາອັນທີ່ເອີ້ນວ່າ “ການບັງຄັບການອອກແຮງງານ” ເປັນຂໍ້ອ້າງເພື່ອອາຍັດຜະລິດຕະພັນຂອງເຂດຊີນຈ່ຽງຈີນ ເຊິ່ງແມ່ນການກະທຳແບບໂຈນຢ່າງບັງອາດເປີດແປນ

cri2021-12-07 15:32:40
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ວັນທີ 3 ທັນວານີ້, ເຈົ້າໜ້າທີ່ຊັ້ນສູງຂອງອາເມຣິກາໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວກ່ຽວກັບ “ແຜນປະຕິບັດງານແຫ່ງຊາດເພື່ອຕໍ່ສູ້ກັບການຄ້າມະນຸດ” ວ່າ: ໃນປີທີ່ຜ່ານມານີ້, ດ່ານພາສີແລະອົງການປ້ອງກັນຊາຍແດນຂອງອາເມຣິກາໄດ້ປະກາດຄຳສັ່ງກ່ຽວກັບການອາຍັດສິນຄ້າ 7 ສະບັບໂດຍແນໃສ່ສິນຄ້າທີ່ກ່ຽວຂອງກັບ “ການບັງຄັບອອກແຮງງານ” ທີ່ສົ່ງອອກສູ່ອາເມຣິກາ, ລວມທັງຄຳສັ່ງອາຍັດຜະລິດຕະພັນຂອງເຂດປົກຄອງຕົນເອງອຸຍເກີຊີນຈ່ຽງປະເທດຈີນ, ເຊິ່ງໄດ້ອາຍັດແລະຍຶດສິນຄ້າທັງໝົດທີ່ມີຍອດມູນຄ່າປະມານ 485 ລ້ານໂດລາ.

ວັນທີ 6 ທັນວານີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວປະສຳວ່າ: ກຳລັງຕ້ານຈີນຈຳນວນໜຶ່ງຢູ່ອາເມຣິກາໄດ້ປ່າວປະກາດຊວນເຊິ່ງດ້ວຍຄຳຂີ້ຕົວະກ່ຽວກັບເຂດຊີນຈ່ຽງທີ່ວ່າ: “ການບັງຄັບອອກແຮງງານ”, ແລະຖືເປັນຂໍ້ອ້າງເພື່ອອາຍັດແລະຍຶດຜະລິດຕະພັນຂອງເຂດຊີນຈ່ຽງ, ປະຕິບັດການຂວ້ຳບາດຕໍ່ເຂດຊີນຈ່ຽງ, ນີ້ແມ່ນການກະທຳແບບໂຈນຢ່າງບັງອາດເປີດແປນ.

ທ່ານຈ້າວລີ້ຈ່ຽນກ່າວວ່າ,ຈີນໄດ້ກ່າວເນັ້ນມາຫຼາຍເທື່ອວ່າ: ບໍ່ມີ “ການບັງຄັບການອອກແຮງງານ”, ຢູ່ເຂດຊີນຈ່ຽງມີພຽງແຕ່ການປະກອບອາຊີບດ້ວຍຄວາມສະໝັກໃຈ, ມີເສລີພາບໃນການປະກອບອາຊີບ. ອາເມຣິກາຄວນຢຸດເຊົາພຶດຕິກຳທີ່ໃສ່ຮ້າຍປ້າຍສີທີ່ມີເຈດຕະນາຮ້າຍດ້ວຍການບິດເບືອນຂໍ້ມູນອັນທີ່ເອີ້ນວ່າບັງຄັບອອກແຮງງານຢູ່ເຂດຊີນຈ່ຽງແລະສັກກັ້ນການພັດທະນາຂອງປະເທດອື່ນ, ຄວນພິຈາລະນາແລະແກ້ໄຂບັນຫາການບັງຄັບອອກແຮງງານແລະການຄ້າມະນຸດຢ່າງໜັກໜ່ວງຢູ່ປະເທດຕົນຈະດີກວ່າ.

Share with:

2021-12-07 15:32:40 cri

Share this story on

Messenger Pinterest LinkedIn