ພາສາລາວ

ການແບ່ງເຂດເລືອກຕັ້ງແບບບໍ່ຍຸດຕິທຳໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ “ປະຊາທິປະໄຕ” ຂອງອາເມຣິກາ

cri2021-12-07 15:58:17
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ພາຍຫຼັງທ່ານເຟີນານ ເດີ ວາເຣນເນສ ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດກ່ຽວກັບບັນຫາກຸ່ມຄົນສ່ວນໜ້ອຍ ໄດ້ສິ້ນສຸດການຢ້ຽມຢາມອາເມຣິກາເປັນເວລາ 2 ອາທິດແລ້ວ, ທ່ານໄດ້ມີຄຳເຫັນ ໂດຍໄດ້ກ່າວປະນາມກົດໝາຍຂອງບາງລັດຢູ່ອາເມຣິກາທີ່ບັ່ນທອນສິດປ່ອນບັດຂອງກຸ່ມຄົນສ່ວນໜ້ອຍຢູ່ອາເມຣິກາ, “ທີ່ຈິງແລ້ວ, ອາດຈະມີປາກົດການທີ່ຖືກເອີ້ນວ່າເປັນການກະທຳທີ່ທຳລາຍປະຊາທິປະໄຕ”, “ສິ່ງທີ່ໜ້າເສຍດາຍ ແລະ ນັບມື້ນັບຈະແຈ້ງນັ້ນກໍແມ່ນ: ສິດປ່ອນບັດຂອງກຸ່ມຄົນສ່ວນໜ້ອຍຢູ່ຫຼາຍເຂດເລືອກຕັ້ງໄດ້ຖືກຍົກເລີກໄປໝົດແລ້ວ.”

ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ປ່າວປະກາດວ່າ: ຕົນເປັນ “ທວນໄຟເຍືອງທາງປະຊາທິປະໄຕ” ໃນເວທີສາກົນ, ແຕ່ວ່າ: ເມື່ອປະຊາທິປະໄຕໄດ້ແຕະຕ້ອງເຖິງຜົນປະໂຫຍດຂອງກຸ່ມນາຍທຶນແລ້ວ, ອາເມຣິກາກໍຈະຈີກ “ຄຳຂວັນປະຊາທິປະໄຕ” ທີ່ຈອມປອມຂອງຕົນອອກໄປຈົນໝົດ.

ເພື່ອໃຫ້ໄດ້ຮັບບັດເລືອກຕັ້ງຫຼາຍກວ່າເກົ່າໃນການລົງສະໝັກຮັບເລືອກຕັ້ງ, ໃນປະເທດອາເມຣິກາໄດ້ເກີດມີປາກົດການພິເສດຄືແບ່ງເຂດເລືອກຕັ້ງແບບບໍ່ຍຸດຕິທຳໃນຂະບວນການເລືອກຕັ້ງ, ໝາຍຄວາມວ່າ: ໄດ້ແບ່ງກຸ່ມຄົນທີ່ສະໜັບສະໜູນພັກການເມືອງຝ່າຍກົງກັນຂ້າມໄປຢູ່ເຂດເລືອກຕັ້ງຂອງກຸ່ມຄົນສ່ວນໜ້ອຍ, ສະນັ້ນ, ໃນເຂດເລືອກຕັ້ງດັ່ງກ່າວ, ຈິ່ງເຮັດໃຫ້ຝ່າຍກົງກັນຂ້າມໄດ້ຮັບໄຊຊະນະແບບລົ້ນຫຼາມ, ແຕ່ໃນເຂດເລືອກຕັ້ງຂອງກຸ່ມຄົນສ່ວນຫຼາຍທີ່ເຫຼືອນັ້ນ, ຝ່າຍຕົນລ້ວນແຕ່ຈະໄດ້ຮັບໄຊຊະນະດ້ວຍສຽງສະໜັບສະໜູນອ່າວຫຼາຍກວ່າໜ້ອຍໜຶ່ງ ເຊິ່ງເຮັດໃຫ້ຝ່າຍຕົນໄດ້ຮັບທີ່ນັ່ງໃນລັດຖະສະພາ ຫຼາຍກວ່າສຽງສະໜັບສະໜູນຕົວຈິງ. ໃນຂະນະດຽວກັນ, ເພື່ອບັ່ນທອນອິດທິພົນທາງການເມືອງຂອງກຸ່ມຄົນຫຼືຊົນເຜົ່າສ່ວນໜ້ອຍ, ໃນຂະບວນການເລືອກຕັ້ງຂອງອາເມຣິກາຍັງປາກົດມີການຂີດແບ່ງເຂດເລືອກຕັ້ງຂອງຊົນເຜົ່າສ່ວນໜ້ອຍທີ່ບໍ່ຍຸດຕິທຳ, ທີ່ຈິງແລ້ວ, ການກະທຳແບບນີ້ໄດ້ທຳລາຍສິດເລືອກຕັ້ງຂອງປະຊາຊົນອາເມຣິກາສ່ວນໜຶ່ງ, ປະຊາຊົນເຫຼົ່ານີ້ຈະບໍ່ສາມາດໃຊ້ສິດປະຊາທິປະໄຕຂອງຕົນໃນການເລືອກຕັ້ງໄດ້.

ຢູ່ລັດຄາໂຣໄລນາເໜືອຂອງອາເມຣິກາ, ໃນປີ 2016, ພັກຣີພັບປຣີກັນຂອງອາເມຣິກາຊີງໄດ້ 10 ທີ່ນັ່ງໃນຈຳນວນ 13 ທີ່ນັ່ງຂອງລັດດັ່ງກ່າວ, ແຕ່ສຽງສະໜັບສະໜູນໄດ້ພຽງ 53%. ໃນການເລືອກຕັ້ງໃນປີ 2018, ຍ້ອນວ່າພັກການເມືອງໄດ້ ແບ່ງເຂດເລືອກຕັ້ງແບບບໍ່ຍຸດຕິທຳ, ພັກເດໂມແຄຣດໄດ້ຮັບສຽງສະໜັບສະໜູນຫຼາຍກວ່າພັກຣີພັບປຣີກັນ 11%.

ນັບແຕ່ປີ 2010 ເປັນຕົ້ນມາ, ສະມາຊິກສະພາທີ່ສັງກັດພັກຣີພັບປຣີກັນໄດ້ຕັ້ງໃຈແບ່ງເຂດເລືອກຕັ້ງຢູ່ລັດວິສຄອນຊິນ, ລັດຄາໂຣໄລນາເໜືອ, ລັດໂອໄຮໂອ, ລັດເພນຊີວາເນຍ, ລັດມີຊີກັນ ແລະ ລັດຟລໍຣີດາຢ່າງລະອຽດ ເຊິ່ງເຮັດໃຫ້ພັກດັ່ງກ່າວຄອງຖານະໄດ້ປຽບໃນການເລືອກຕັ້ງຢູ່ລັດດັ່ງກ່າວມາໂດຍຕະຫຼອດເປັນເວລາ 10 ປີຜ່ານມາ.

ຄືດັ່ງຄຳເວົ້າຂອງທ່ານເຟີນານ ເດີ ວາເຣນເນສ ທີ່ວ່າ: “ສິ່ງທີ່ນັບມື້ນັບຈະແຈ້ງນັ້ນກໍຄື: ສິດປ່ອນບັດຂອງກຸ່ມຄົນສ່ວນໜ້ອຍຢູ່ຫຼາຍເຂດເລືອກຕັ້ງຖືກຍົກເລີກໄປໝົດແລ້ວ. ສ່ວນການຂີດແບ່ງເຂດເລືອກຕັ້ງແບບບໍ່ຍຸດຕິທຳໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ “ປະຊາທິປະໄຕ” ຂອງອາເມຣິກາ.

Share with:

2021-12-07 15:58:17 CRI

ການແບ່ງເຂດເລືອກຕັ້ງແບບບໍ່ຍຸດຕິທຳໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ “ປະຊາທິປະໄຕ” ຂອງອາເມຣິກາ

Share this story on

Messenger Pinterest LinkedIn