ພາສາລາວ

ການແຜ່ລະບາດຂອງພະຍາດໂຄວິດ-19 ພາໃຫ້ເກີດມີກໍລະນີເປັນໄຂ້ມາເລເຣຍຫຼາຍຂຶ້ນກວ່າເກົ່າໃນປີ 2020

cri2021-12-07 15:16:50
Share
Share this with Close
Messenger Pinterest LinkedIn

ວັນທີ 6 ທັນວານີ້, ອົງການອະນາໄມໂລກໄດ້ເຜີຍແຜ່ບົດລາຍງານກ່ຽວກັບໄຂ້ມາເລເຣຍຂອງໂລກສະບັບຫຼ້າສຸດ.

ບົດລາຍງານໄດ້ລະບຸວ່າ: ໃນປີ 2020 ໄດ້ເກີດມີສະພາບເປັນໄຂ້ມາເລເຣຍປະມານ 241.000.000 ກໍລະນີ ແລະມີຜູ້ເສຍຊີວິດຍ້ອນເປັນໄຂ້ມາເລເຣຍ 627.000 ຄົນ. ເມື່ອທຽບໃສ່ປີ 2019, ຜູ້ເປັນໄຂ້ມາເລເຣຍໄດ້ເພີ່ມຂຶ້ນປະມານ 14.000.000 ກໍລະນີ, ຜູ້ເສຍຊີວິດໄດ້ເພີ່ມຂຶ້ນ 69.000 ຄົນ. ໃນນັ້ນ, ປະມານ 2/3 ຂອງຜູ້ເສຍຊີວິດທີ່ເພີ່ມຂຶ້ນໃໝ່ດັ່ງກ່າວ ແມ່ນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ການບໍລິການດ້ານການແພດສຳລັບຜູ້ເປັນໄຂ້ມາເລເຣຍຢຸດສະງັກ.

ອົງການອະນາໄມໂລກຊີ້ອອກວ່າ: ເຖິງວ່າການຕ້ານກັບໄຂ້ມາເລເຣຍຢູ່ທົ່ວໂລກມີຄວາມຄືບໜ້າຊັກຊ້າກໍຕາມ, ແຕ່ບາງປະເທດທີ່ໄດ້ຮັບຄວາມກົດດັນຈາກໄຂ້ມາເລເຣຍບໍ່ຄ່ອຍຫຼາຍ ແລະມີລະບົບສາທາລະນະສຸກເຂັ້ມແຂງນັ້ນ ໄດ້ຮັບຜົນສຳເລັດໃນການຕ້ານກັບໄຂ້ມາເລເຣຍໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ຈີນ ແລະແອນຊັນວາດໍ ເຊິ່ງໄດ້ຖືກອົງການອະນາໄມໂລກຢືນຢັນວ່າ: ເປັນປະເທດປອດຈາກໄຂ້ມາເລເຣຍໃນປີ 2021.

Share with:

2021-12-07 15:16:50 cri

Share this story on

Messenger Pinterest LinkedIn