ພາສາລາວ

ສະຖາບັນຄົ້ນຄວ້າສຸຂະພາບແຫ່ງຊາດອາເມຣິກາກ່າວວ່າ: ເຊື້ອໂອມິຄຣອນອາດບໍ່ແມ່ນໄວຣັດກາຍພັນສຸດທ້າຍ

cri2021-12-06 16:54:21
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI : ວັນທີ 5 ທັນວານີ້, ທ່ານຟຼານຊິສ ໂຄລີນສ, ຫົວໜ້າສະຖາບັນຄົ້ນຄວ້າສຸຂະພາບແຫ່ງຊາດອາເມຣິກາຫຼື NIH ໄດ້ກ່າວວ່າ: ເຊື້ອພະຍາດໂອມິີຄຣອນອາດບໍ່ແມ່ນໄວຣັດກາຍພັນຂອງເຊື້ອພະຍາດໂຄວິດ -19 ສຸດທ້າຍ.

ທ່ານຟຼານຊິສ ໂຄລີນສກ່າວວ່າ, ເຊື້ອໂອມິຄຣອນແມ່ນໄວຣັດກາຍພັນທີ່ມີປະລິມານການປ່ຽນແປງໜາມໂປສຕີນຫຼາຍທີ່ສຸດຕາມທີ່ຜູ້ຊ່ຽວຊານເຄີຍພົບເຫັນ. ເມື່ອທຽບກັບໄວຣັດທີ່ພົບເຫັນທຳອິດ, ເຊື້ອໂອມິຄຣອນມີປະລິມານການປ່ຽນແປງໜາມໂປສຕີນຢູ່ 50 ຈຸດ. ທ່ານຟຼານຊິສ ໂຄລີນສໄດ້ກ່າວເນັ້ນເຖິງຄວາມຄິດເຫັນຮ່ວມກັນຂອງນັກວິທະຍາສາດ. ນັ້ນກໍຄືເຊື້ອໂອມິຄຣອນອາດເກີດຂຶ້ນຈາກຮ່າງກາຍມະນຸດທີ່ມີພູມຕ້ານທານເຊື້ອພະຍາດຕ່ຳທີ່ຕໍ່ເຊິ່ງບໍ່ສາມາດຕ້ານທານເຊື້ອພະຍາດໄດ້.

Share with:

2021-12-06 16:54:21 cri

Share this story on

Messenger Pinterest LinkedIn