ພາສາລາວ

ຄັງປັນຍາຂອງຈີນເຜີຍແຜ່ບົດລາຍງານກ່ຽວກັບ “10 ຄຳຖາມສຳລັບປະຊາທິປະໄຕຂອງອາເມຣິກາ”

cri2021-12-06 14:53:42
Share
Share this with Close
Messenger Pinterest LinkedIn

ວັນທີ 6 ທັນວານີ້, ກອງປະຊຸມສຳມະນາ ແລະເຜີຍແຜ່ບົດລາຍງານຜົນການຄົ້ນຄວ້າ “10 ຄຳຖາມສຳລັບປະຊາທິປະໄຕຂອງອາເມຣິກາ” ທີ່ຈັດໂດຍສະຖາບັນການທະນາຄານຊົງຢາງມະຫາວິທະຍາໄລປະຊາຊົນຂອງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍມີຜູ້ຕາງໜ້າຈາກສະຖານທູດ 30 ກວ່າປະເທດປະຈຳຈີນ ເຊິ່ງລວມທັງອາເມຣິກາ, ສື່ມວນຊົນຕ່າງປະເທດປະຈຳຈີນເກືອບ 20 ແຫ່ງ ແລະນັກຂ່າວຈາກສຳນັກຂ່າວຕ່າງໆຂອງຈີນ 40 ກວ່າແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ບົດລາຍງານຜົນການຄົ້ນຄວ້າ “10 ຄຳຖາມສຳລັບປະຊາທິປະໄຕຂອງອາເມຣິກາ” ມີໂຕໜັງສືທັງໝົດ 23.000 ໂຕ ເຊິ່ງໄດ້ຕັ້ງຄຳຖາມ 10 ຂໍ້ກ່ຽວກັບປະຊາທິປະໄຕຂອງອາເມຣິກາ ໃນດ້ານພຶດຕິກຳຂອງລະບອບ, ການບໍລິຫານວຽກງານຂອງລັດ, ສະພາບຄວາມເປັນຈິງຂອງສັງຄົມ, ເສລີພາບດ້ານສິດທິມະນຸດ, ຜົນສະທ້ອນຂອງອາເມຣິກາທີ່ມີຕໍ່ສາກົນ ໂດຍຜ່ານການຄົ້ນຄວ້າ ແລະວິເຄາະຂໍ້ມູນຕ່າງໆຂອງອາເມຣິກາ. 10 ຄຳຖາມເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງ ແລະຄຳວິຈານຕໍ່ປະຊາທິປະໄຕຂອງອາເມຣິກາທີ່ພາໃຫ້ເກີດມີຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະເພີ່ມຄວາມທຸກຍາກໃຫ້ແກ່ປະຊາຊົນພາຍໃນປະເທດ ພ້ອມທັງໄດ້ສ້າງໄພພິບັດ ແລະຄວາມປັ່ນປ່ວນວຸ້ນວາຍໃຫ້ກັບທົ່ວໂລກ ແລະໄດ້ທຳລາຍລະບຽບການສາກົນ.

Share with:

2021-12-06 14:53:42 cri

Share this story on

Messenger Pinterest LinkedIn