ພາສາລາວ

ຢູ່ອາເມຣິກາ ຢ່າງໜ້ອຍມີ 15 ລັດໄດ້ພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ

cri2021-12-06 11:05:47
Share
Share this with Close
Messenger Pinterest LinkedIn

ວັນທີ 5 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ໂຣເຊວ ວາເລັນສະກີ, ຫົວໜ້າສູນປ້ອງກັນແລະຄວບຄຸມພະຍາດຂອງອາເມຣິກາ ໄດ້ໃຫ້ສຳພາດຕໍ່ ABC ຫຼື ວິທະຍຸກະຈາຍສຽງອາເມຣິກາວ່າ, ມາຮອດປັດຈຸບັນນີ້, ຢູ່ອາເມຣິກາ ຢ່າງໜ້ອຍມີ 15 ລັດໄດ້ພົບເຫັນຜູ້ຕິດເຊື້ອໂຄວິດ-19 ກາຍພັນໂອມິຄຣອນແລ້ວ, ຄາດວ່າ, ຕົວເລກນີ້ຍັງຈະເພີ່ມຂຶ້ນອີກ.

ທ່ານນາງ ໂຣເຊວ ວາເລັນສະກີກ່າວວ່າ, ປັດຈຸບັນ, ອາເມຣິກາໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກາຍພັນໂອມິຄຣອນ ຫຼາຍສິບກໍລະນີແລ້ວ. ນອກນີ້, ຜູ້ຕິດເຊື້ອໂຄວິດ-19 ຢູ່ອາເມຣິກາມີ 99,9% ແມ່ນຕິດເຊື້ອໂຄວິດ-19 ສາຍພັນເດວຕາ.

Share with:

2021-12-06 11:05:47 cri

ຢູ່ອາເມຣິກາ ຢ່າງໜ້ອຍມີ 15 ລັດໄດ້ພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ

Share this story on

Messenger Pinterest LinkedIn