ພາສາລາວ

ຈີນໄດ້ສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳງວດທຳອິດໄປຮອດອັຟການິສະຖານ

cri2021-12-06 11:02:59
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ເຄື່ອງຊ່ວຍເຫຼືອມະນຸດສະທຳທີ່ຈີນມອບໃຫ້ອັຟການິສະຖານງວດທຳອິດ ໄດ້ສົ່ງໄປຮອດແຂວງບາກຂອງອັຟການິສະຖານແລ້ວ.

ວັນທີ 4 ທັນວານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ເຈົ້າໜ້າທີ່ດ່ານພາສີແຂວງບາກຂອງອັຟການິສະຖານກ່າວວ່າ, ເຄື່ອງຊ່ວຍເຫຼືອມະນຸດສະທຳງວດທຳອິດທີ່ຈີນມອບໃຫ້ນັ້ນ ໄດ້ສົ່ງໄປຮອດດ່ານຊາຍແດນແຂວງບາກແລ້ວ ໃນວັນທີ 2 ແລະວັນທີ 3 ທັນວານີ້, ແລະຈະແຈກຢາຍໃຫ້ປະຊາຊົນຢູ່ຫຼາຍແຂວງຂອງອັຟການິສະຖານ. ເຈົ້າໜ້າທີ່ທ່ານນີ້ໄດ້ສະແດງຄວາມຂອບໃຈຕໍ່ປະເທດຈີນທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນອັຟການິສະຖານ.

ຂ່າວແຈ້ງວ່າ, ວັນທີ 20 ພະຈິກຜ່ານມານີ້, ລົດໄຟຂົນສົ່ງສິນຄ້າຖ້ຽວພິເສດຂອງຈີນທີ່ໄດ້ບັນທຸກເຄື່ອງຊ່ວຍເຫຼືອ ເພື່ອຮັບໃຊ້ຊີວິດການເປັນຢູ່ແລະການຜະລິດຂອງປະຊາຊົນອັຟການິສະຖານ ພັນກວ່າໂຕນ ໄດ້ຂົນສົ່ງຈາກສະຖານີອູຊີເຂດຊິ່ນຈ່ຽງປະເທດຈີນໄປເຖິງດ່ານທາງລົດໄຟໂຮກາສແລ້ວ, ຫຼັງຈາກນັ້ນ ໄດ້ສົ່ງຕໍ່ໄປຮອດອັຟການິສະຖານດ້ວຍລົດໄຟແລະລົດບັນທຸກ.

Share with:

2021-12-06 11:02:59 cri

ຈີນໄດ້ສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳງວດທຳອິດໄປຮອດອັຟການິສະຖານ

Share this story on

Messenger Pinterest LinkedIn