ພາສາລາວ

ຜູ້ທີ່ເຂົ້າຮ່ວມເວທີປຶກສາຫາລືສາກົນພາຍໃຕ້ຫົວຂໍ້ “ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ” ຮຽກຮ້ອງໃຫ້ປະເທດຕ່າງໆ ຊຸກຍູ້ຄວາມສາມັກຄີແລະການຮ່ວມມື

cri2021-12-06 11:04:54
Share
Share this with Close
Messenger Pinterest LinkedIn

ວັນທີ 4 ທັນວານີ້, ເວທີປຶກສາຫາລືສາກົນພາຍໃຕ້ຫົວຂໍ້ “ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຜູ້ທີ່ເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວເຫັນວ່າ, ປະຊາທິປະໄຕບໍ່ມີຮູບແບບທີ່ສາມາດໃຊ້ໄດ້ຢູ່ທົ່ວທຸກບ່ອນ, ປະເທດຕ່າງໆຄວນເຄົາລົບນັບຖືເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນ, ສະຫງວນສິ່ງທີ່ຕ່າງກັນ, ແລກປ່ຽນແລະຖອດຖອນບົດຮຽນນຳກັນ, ຊຸກຍູ້ຄວາມສາມັກຄີ ຫາກບໍ່ແມ່ນສ້າງຄວາມແບ່ງແຍກກັນ, ຊຸກຍູ້ການຮ່ວມມື ຫາກບໍ່ແມ່ນສ້າງຄວາມເປັນປໍລະປັກກັນ.

ໃນເວລາກ່າວຄຳປາໄສ, ທ່ານເອດູອາໂດ ໄຟຣ ຣອີສ ທາໂກ ອະດີດປະທານາທິບໍດີຈີເລຊີ້ໃຫ້ເຫັນວ່າ, ໃນຄວາມໝາຍຂອງຄຳວ່າປະຊາທິປະໄຕ, ຄວນເນັ້ນໃສ່ “ຄວາມໃຈກວ້າງ” ເປັນພິເສດ, ເພາະວ່າ, ທຸກຄົນມີຄວາມເຫັນທີ່ຕ່າງກັນ, ມີທັດສະນະຂອງໃຜຂອງລາວ, ຄົນທັງຫຼາຍຄວນເຂົ້າໃຈກັນ, ຈຶ່ງຈະສາມາດບັນລຸການພັດທະນາແລະການສ້າງຄວາມສຸກຮ່ວມກັນ ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ.

ທ່ານຢູຄີໂອ ຮາໂຕຢາມະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນໄດ້ຊີ້ໃຫ້ເຫັນວ່າ, ປະເທດຕ່າງໆບໍ່ຄວນຫັນເຫຄວາມວຸ້ນວາຍທີ່ເກີດຂຶ້ນໃນປະເທດຕົນໂດຍໂຈມຕີຄ່ານິຍົມຂອງປະເທດອື່ນ. ຖ້າວ່າ, ພວກເຮົາຢາກຮັບມືກັບສິ່ງທ້າທາຍຂອງມວນມະນຸດ, ກໍ່ຕ້ອງເອົາໃຈໃສ່ນຳຄ່ານິຍົມແລະນະໂຍບາຍຈາກສະພາບການລວມ, ທັງຈ້ອງເບິ່ງສິ່ງທີ່ຄືກັນ.

Share with:

2021-12-06 11:04:54 cri

ຜູ້ທີ່ເຂົ້າຮ່ວມເວທີປຶກສາຫາລືສາກົນພາຍໃຕ້ຫົວຂໍ້ “ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ” ຮຽກຮ້ອງໃຫ້ປະເທດຕ່າງໆ ຊຸກຍູ້ຄວາມສາມັກຄີແລະການຮ່ວມມື

Share this story on

Messenger Pinterest LinkedIn