ພາສາລາວ

ທ່ານນາງ ແອງເຈີລາ ເມີແຄວ ຮັກສາການນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງໃຫ້ປະຊາຊົນສັກວັກຊີນໂຄວິດ-19

cri2021-12-05 14:32:54
Share
Share this with Close
Messenger Pinterest LinkedIn

ຕາມການລາຍງານຂ່າວຂອງສື່ມວນຊົນເຢຍລະມັນ, ວັນທີ 4 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ແອງເຈີລາ ເມີແຄວ ຮັກສາການນາຍົກລັດຖະມົນຕີເຢຍລະມັນໄດ້ກ່າວຄຳປາໄສຜ່ານທາງວິດີໂອປະຈຳອາທິດຄັ້ງສຸດທ້າຍໃນໄລຍະດຳລົງຕຳແໜ່ງ, ໂດຍໄດ້ຮຽກຮ້ອງໃຫ້ປະຊາຊົນສັກວັກຊີນໂຄວິດ-19.

ທ່ານນາງແອງເຈີລາ ເມີແຄວກ່າວວ່າ: ປັດຈຸບັນດ ເຢຍລະມັນພວມຢູ່ໃນ “ພາວະສຸກເສີນ” ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນເຂດສ່ວນໜຶ່ງໜັກໜ່ວງຫລາຍ. ທ່ານກ່າວເນັ້ນໜັກວ່າ: ມີພຽງແຕ່ບັນລຸອັດຕາສ່ວນສັກວັກຊີນໂຄວິດ-19ທີ່ສູງຈຶ່ງສາມາດຊ່ວຍເຫລືອປະຊາຊົນທຸກຖ້ວນໜ້າໄດ້ ແລະຈຶ່ງຈະສາມາດຊ່ວຍເຫລືອທົ່ວປະເທດເອົາຊະນະພະຍາດໂຄວິດ-19ໄດ້.

Share with:

2021-12-05 14:32:54 cri

ທ່ານນາງ ແອງເຈີລາ ເມີແຄວ ຮັກສາການນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງໃຫ້ປະຊາຊົນສັກວັກຊີນໂຄວິດ-19

Share this story on

Messenger Pinterest LinkedIn