ພາສາລາວ

CDCກ່າວວ່າ, ເຊື້ອໂອມິຄຼອນອາດຈະກາຍເປັນເຊື້ອພະຍາດໂຄວິດ-19 ຕົ້ນຕໍທີ່ແຜ່ລະບາດຢູ່ອາເມຣິກາ

cri2021-12-04 14:34:07
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ທ່ານນາງໂຣແຊວ ວາໂລສະກີ ຫົວໜ້າສູນຄວບຄຸມ ແລະ ປ້ອງກັນພະຍາດອາເມຣິກາ ຫຼື CDC ກ່າວວ່າ, ຍ້ອນເຊື້ອພະຍາດໂອມິຄຼອນອາດຈະມີຄວາມສາມາດແຜ່ລະບາດແຮງກວ່າເຊື້ອພະຍາດເດວຕາ, ສະນັ້ນ ເຊື້ອພະຍາດໂອມິຄຼອນມີຄວາມເປັນໄປໄດ້ຫຼາຍທີ່ສຸດຈະກາຍເປັນເຊື້ອພະຍາດໂຄວິດ-19 ຕົ້ນຕໍທີ່ແຜ່ລະບາດຢູ່ອາເມຣິກາ. ແຕ່ກ່ຽວກັບບັນຫານີ້ຍັງບໍ່ແນ່ນອນເທື່ອ,ອາເມຣິກາພວມດຳເນີນການກວດລຳດັບແຢັນຂອງເຊື້ອພະຍາດຢູ່.

ປັດຈຸບັນ,ຢູ່ 7 ລັດຂອງອາເມຣິກາ ໄດ້ມີຜູ້ຕິດເຊື້ອພະຍາດໂອມິຄຼອນ.

Share with:

2021-12-04 14:34:07 CRI

Share this story on

Messenger Pinterest LinkedIn