ພາສາລາວ

ອົງການ WHO ເຕືອນໃຫ້ປະເທດອາຊີ-ປາຊິຟິກກຽມພ້ອມເພື່ອຕໍ່ຕ້ານເຊື້ອໂອມິຄຼອນ

cri2021-12-04 14:56:52
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ເຈົ້າໜ້າທີ່ອົງການອະນາໄມໂລກ ຫຼື WHO ເຕືອນໃຫ້ປະເທດອາຊີ-ປາຊິຟິກຕ່າງໆຕ້ອງກຽມພ້ອມເພື່ອຕໍ່ຕ້ານເຊື້ອໂອມິຄຼອນ ເຊິ່ງເປັນເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ນັ້ນທີ່ອາດຈະເຮັດໃຫ້ຈຳນວນຜູ້ຕິດເປັນພະຍາດ ເພີ່ມຂຶ້ນຢ່າງວ່ອງໄວ. ອົງການ WHO ຮຽກຮ້ອງໃຫ້ປະເທດ ແລະ ເຂດແຄວ້ນຕ່າງໆຢູ່ພາກພື້ນອາຊີ-ປາຊິຟິກເພິ່ມທະວີການສັກວັກຊິນ, ສືບຕໍ່ປະຕິບັດມາດຕະການປ້ອງກັນທີ່ພວມດຳເນີນໃນປັດຈຸບັນ ແລະ ຍົກສູງຄວາມສາມາດການປິ່ນປົວພະຍາດ.

ໃນຕົ້ນອາທິດນີ້, ເຊື້ອພະຍາດໂອມິຄຼອນໄດ້ແຜ່ລະບາດເຂົ້າໃນອາຊີ-ປາຊິຟິກ ໂດຍໄດ້ເກີດຂຶ້ນຢູ່ອົສຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ມາເລເຊຍ ແລະ ອິນເດຍ. ລັດຖະບານຫຼາຍປະເທດໄດ້ໃຊ້ມາດຕະການຈຳກັດການເຂົ້າເມືອງຄັ້ງໃໝ່ແລ້ວ.

Share with:

2021-12-04 14:56:52 CRI

Share this story on

Messenger Pinterest LinkedIn