ພາສາລາວ

ເຈົ້າໜ້າທີ່ອາເມຣິກາກ່າວວ່າ:ປະເທດຈີນມີເຈດຕະນາຢາກກໍ່‍‍‍‍‍‍‍‍‍‍‍‍‍‍‍‍‍‍‍‍“ສົງຄາມເສດຖະ ກິດ”ກັບອົສຕຣາລີ‍‍‍‍‍‍‍‍‍‍‍‍‍‍‍‍‍

cri2021-12-02 11:19:10
Share
Share this with Close
Messenger Pinterest LinkedIn

ທ່ານເຄິດ ແຄມເບວ ເຈົ້າໜ້າທີ່ປະສານງານວຽກງານອິນໂດປາຊິຟິກຂອງ ໜ່ວຍງານຄວາມໝັ້ນຄົງທຳນຽບຂາວອາເມຣິກາກ່າວວ່າ:ປະເທດຈີນມີເຈດຕະ ນາຢາກກໍ່“ສົງຄາມເສດຖະກິດ‍‍‍‍‍‍‍‍‍‍”ເພື່ອບັງຄັບໃຫ້ອົສຕຣາລີຕ້ອງອ່ອນຍອມ.ຕໍ່ກັບ ເລື່ອງນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນ ກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 1 ທັນວານີ້ວ່າ:ຫວັງວ່າບຸກຄົນທີ່ ກ່ຽວຂ້ອງຂອງຝ່າຍອາເມຣິກາຢ່າສູ່ສ້າງຄວາມສັບສົນປົນເປ.

ທ່ານວ່າງເວີນປິ່ນຊີ້ອອກວ່າ,ໃນຊົ່ວໄລຍະໜຶ່ງຜ່ານມານີ້,ນັກການເມືອງຈຳນວນ ໜຶ່ງຂອງອົສຕຣາລີໄດ້ປ່າວປະກາດອັນທີ່ເອີ້ນວ່າ "ໄພຂົ່ມຂູ່ຈາກປະເທດຈີນ", ໂດຍກ່າວຫາແລະໂຈມຕີປະເທດຈີນຢ່າງບໍ່ມີເຫດຜົນ,ເພື່ອສ້າງຄວາມເຄັ່ງຕຶງ,ສ້າງຄວາມເປັນປໍລະປັກກັນ,ສ້າງຄວາມວຸ້ນວາຍໃຫ້ກັບໂລກ.

"ປະເທດຈີນໄດ້ຖືເອົາຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຂະແໜງການ ທີ່ກ່ຽວຂ້ອງແລະຄວາມປອດໄພຂອງຜູ້ບໍລິໂພກຂອງປະເທດຕົນເປັນສິ່ງສຳຄັນມາໂດຍຕະຫຼອດ,ແລະປະຕິບັດຕາມກົດໝາຍກົດລະບຽບຂອງຈີນແລະກົດລະ ບຽບຂອງອົງການການຄ້າໂລກຢ່າງເຄັ່ງຄັດ,ໂດຍນຳໃຊ້ມາດຕະການທີ່ສົມຄູ່ກັນ ກັບຜະລິດຕະພັນຕ່າງປະເທດທີ່ສົ່ງອອກສູ່ປະເທດຈີນ,ການກະທຳແບບນີ້ແມ່ນ ສົມເຫດສົມຜົນແລະຖືກຕ້ອງຕາມກົດໝາຍແລະບໍ່ມີບ່ອນຕິ.ກົງກັນຂ້າມ,ຫາກ ແມ່ນຝ່າຍອົສຕຣາລີນຳໃຊ້ມາດຕະການຕ່າງໆທີ່ຝືນກັບຫຼັກການຕະຫຼາດແລະ ເນື້ອໃນຈິດໃຈຂອງສັນຍາການຄ້າເສລີລະຫວ່າງຈີນ-ອົສຕຣາລີ,ໂດຍຖືເອົາຄວາມໝັ້ນຄົງແຫ່ງຊາດເປັນຂໍ້ອ້າງເລື້ອຍໆເພື່ອຈຳກັດການລົງທຶນແລະການເຮັດທຸລະ ກິດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນຢູ່ອົສຕຣາລີແບບໄຮ້ສາລະ,ລົບ ກວນທ່ວງທ່າການພັດທະນາອັນດີງາມຂອງການຮ່ວມມືຕົວຈິງລະຫວ່າງຈີນ-ອົສຕຣາລີ.ຝ່າຍອົສຕຣາລີຍັງນຳໃຊ້ມາດຕະການທີ່ໄຮ້ເຫດຜົນແຊກແຊງວຽກງານພາຍໃນຂອງປະເທດຈີນໃນວຽກງານຈຳນວນໜຶ່ງທີ່ພົວພັນເຖິງອຳນາດອະທິປະໄຕ ແລະວຽກງານພາຍໃນຂອງປະເທດຈີນ."

Share with:

2021-12-02 11:19:10 cri

Share this story on

Messenger Pinterest LinkedIn