ພາສາລາວ

ອີຣານກ່າວວ່າ: ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມເຈລະຈາສັນຍາກ່ຽວກັບບັນຫານິວເຄຼຍອີຣານເຫັນດີພິຈາລະນາຍົກເລີກການຂວ້ຳບາດທີ່ມີຕໍ່ອີຣານກ່ອນ

cri2021-12-01 18:17:22
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກນີ້, ທ່ານ ອາລີ ບາກເຮຣີຄານີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານ ທັງເປັນຫົວໜ້າຄະນະເຈລະຈາກ່ຽວກັບບັນຫານິວເຄຼຍອີຣານກ່າວວ່າ: ໃນມື້ທຳອິດຂອງການຟື້ນຟູການເຈລະຈາຄືນໃໝ່ຢູ່ນະຄອນຫລວງວຽນປະເທດໂອຕຼີສ, ຄືວັນທີ 29 ພະຈິກນີ້, ບັນດາຝ່າຍທີ່ກ່ຽວຂ້ອງກັບ ບັນຫານິວເຄຼຍອີຣານໄດ້ເຫັນດີຖືເອົາຫົວຂໍ້ການຍົກເລີກການຂວ້ຳບາດທີ່ມີຕໍ່ອີຣານເປັນບູລິມະສິດໃນວາລະພິຈາລະນາໃນການເຈລະຈາ.

ໂທລະພາບແຫ່ງຊາດອີຣານໄດ້ລາຍງານຂ່າວໃນວັນທີ 30 ພະຈິກນີ້ວ່າ: ທ່ານ ອາລີ ບາກເຮຣີຄານີກ່າວວ່າ: ການຍົກເລີກການຂວ້າບາດທີ່ມີຕໍ່ອີຣານທີ່ບໍ່ຍຸຕິທຳ ແລະບໍ່ຖືກຕ້ອງຕາມກົດໝາຍຕ້ອງເປັນບັນຫາສຳຄັນທີ່ສຸດທີ່ຕ້ອງພິຈາລະນາໃນວາລະກອງປະຊຸມຄະນະກຳມະການຮ່ວມກ່ຽວກັບບັນຫານິວເຄຼຍອີຣານ, ເຊິ່ງເປັນຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ບັນລຸໄດ້ໃນມື້ທຳອິດຂອງກອງປະຊຸມ. ໜ່ວຍງານພິເສດທີ່ສຸມໃສ່ບັນຫາການຍົກເລີກການຂວ້ຳບາດທີ່ມີຕໍ່ອີຣານໄດ້ຈັດກອງປະຊຸມໃນວັນທີ 30 ພະຈິກແລ້ວນີ້.

Share with:

2021-12-01 18:17:22 cri

ອີຣານກ່າວວ່າ: ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມເຈລະຈາສັນຍາກ່ຽວກັບບັນຫານິວເຄຼຍອີຣານເຫັນດີພິຈາລະນາຍົກເລີກການຂວ້ຳບາດທີ່ມີຕໍ່ອີຣານກ່ອນ

Share this story on

Messenger Pinterest LinkedIn