ພາສາລາວ

ທ່ານຫຼີເຄີ້ສຽງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 13

cri2021-11-26 10:22:10
Share
Share this with Close
Messenger Pinterest LinkedIn

ວັນທີ 25 ພະຈິກນີ້, ທ່ານຫຼີເຄີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສໃນກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 13 ຢູ່ນະຄອນຫຼວງປັກກິ່ງໂດຍຜ່ານທາງວິດີໂອ, ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ: “ເພີ່ມທະວີລັດທິຫຼາຍຝ່າຍ ແລະ ຊຸກຍູ້ການເຕີບໂຕຮ່ວມກັນ” ເຊິ່ງມີຄວາມໝາຍຕົວຈິງຢ່າງເລິກເຊິ່ງ.

ທ່ານຫຼີເຄີ້ສຽງກ່າວວ່າ: ນັບແຕ່ສ້າງຕັ້ງກົນໄກກອງປະຊຸມອາຊີ-ເອີຣົບເປັນເວລາ 25 ປີມານີ້, ຝ່າຍຕ່າງໆໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ໄດ້ລົງເລິກການແລກປ່ຽນ ແລະ ຮ່ວມມືກັນ. ປະເທດຕ່າງໆຄວນປົກປ້ອງລະບົບສາກົນທີ່ຖືເອົາອົງການສະຫະປະຊາຊາດເປັນແກນກາງ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ. ໂດຍປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ຄວນເພີ່ມທະວີການຮ່ວມມືໃນດ້ານການຄົ້ນຄວ້າພັດທະນາວັກຊິນ ແລະ ຢາປິ່ນປົວ, ຊຸກຍູ້ການຮ່ວມມືສາກົນໃນດ້ານສາທາລະນະສຸກ. ຄວນເພີ່ມທະວີການແລກປ່ຽນໃນຂົງເຂດການສຶກສາ, ວັດທະນະທຳ ແລະ ກິລາ, ເພີ່ມຄວາມເຂົ້າໃຈກັນ, ສະແຫວງຫາສິ່ງທີ່ຄືກັນ ແລະ ສະຫງວນສິ່ງທີ່ຕ່າງກັນ.

ທ່ານຫຼີເຄີ້ສຽງກ່າວຕື່ມວ່າ: ໂດຍປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຂໍພຽງແຕ່ປະເທດອາຊີ-ເອີຣົບຍຶດໝັ້ນໃນຈິດໃຈເຄົາລົບເຊິ່ງກັນແລະກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈັບມືກັນເພື່ອສ້າງຫົວຈັກທີ່ແຂງແຮງເພື່ອນຳພາການພັດທະນາແລະສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ກໍຍ່ອມຈະສາມາດສ້າງສະພາບການໃໝ່ໃຫ້ແກ່ການຮ່ວມມືອາຊີ-ເອີຣົບໄດ້.

Share with:

2021-11-26 10:22:10 CRI

ທ່ານຫຼີເຄີ້ສຽງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 13

Share this story on

Messenger Pinterest LinkedIn