ພາສາລາວ

ຄຳທີ່ວ່າ “ກອງປະຊຸມສຸດຍອດປະຊາທິປະໄຕ” ທີ່ປະເທດຖອຍຫຼັງດ້ານປະຊາທິປະໄຕຈັດຂຶ້ນນັ້ນຈັ່ງແມ່ນເລື່ອງຕະຫຼົກແທ້ໆ

cri2021-11-25 17:18:52
Share
Share this with Close
Messenger Pinterest LinkedIn

ເດືອນສິງຫາປີນີ້, ເວັບໄຊທຳນຽບຂາວຂອງອາເມຣິກາໄດ້ເປີດເຜີຍຂ່າວວ່າ: ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອຸປະໂຫຼກຈະຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ”ຂຶ້ນແຕ່ວັນທີ 9 ຫາວັນທີ 10 ທັນວາໜ້ານີ້, ຮອດເວລານັ້ນ, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຈະເຊື້ອເຊີນຜູ້ນຳຈາກລັດຖະບານ,ຈາກວົງການທາງສັງຄົມແລະພາກສ່ວນເອກະຊົນຈຳນວນໜຶ່ງເຂົ້າຮ່ວມກອງປະຊຸມ,ພ້ອມທັງຈະດຳເນີນການປຶກສາຫາລືກ່ຽວກັບສິ່ງທ້າທາຍແລະກາລະໂອກາດທີ່ປະເທດປະຊາທິປະໄຕພວມຜະເຊີນຢູ່.

ເຖິງວ່າອາເມຣິກາໄດ້ເອີ້ນກອງປະຊຸມຄັ້ງນີ້ວ່າເປັນ“ກອງປະຊຸມສຸດຍອດປະຊາທິປະໄຕ” ກໍຕາມ, ແຕ່ເມື່ອເບິ່ງບັນຊີລາຍຊື່ປະເທດທີ່ອາດຈະໄດ້ຮັບການເຊື້ອເຊີນທີ່ເວັບໄຊຂ່າວ “ນັກການເມືອງ” ຂອງອາເມຣິກາເປີດເຜີຍໃນວັນທີ 4 ພະຈິກນີ້ແລ້ວກໍ່ສາມາດເຫັນໄດ້ວ່າ: ອາເມຣິກາບໍ່ມີຄວາມໃຈກວ້າງທີ່ປະເທດໃຫຍ່ຄວນມີ,ຫາກແຕ່ມີກົນອຸບາຍເພື່ອຫວັງຜົນໃນເກມການເມືອງຂອງຕົນ.

ໃນ 27 ປະເທດຂອງສະຫະພາບເອີຣົບ, ອາເມຣິກາໄດ້ເຊື້ອເຊີນ 26 ປະເທດ,ຍົກເວັ້ນຮົງກາຣີ. ສາເຫດກໍເປັນຍ້ອນວ່າຮົງກາຣີໄດ້ມີນະໂຍບາຍໄມຕີຈິດມິດຕະພາບທີ່ດີກັບຈີນໃນຊຸມປີຜ່ານມາ. ຮົງກາຣີແມ່ນປະເທດທຳອິດໃນເອີຣົບທີ່ໄດ້ຢືນຢັນເຂົ້າຮ່ວມ ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ຈີນເປັນຜູ້ສະເໜີ, ພ້ອມທັງໄດ້ກ່າວຢ່າງເປີດເຜີຍຫຼາຍຄັ້ງວ່າຄັດຄ້ານອາເມຣິກາແລະສະຫະພາບເອີຣົບແຊກແຊງວຽກງານພາຍໃນຂອງຈີນ. ທ່າທີແບບນີ້,ໃນສາຍຕາຂອງອາເມຣິກາແລ້ວ,ປະເທດທີ່ບໍ່ເຊື່ອຟັງຄວາມອາເມຣິກາກໍ່ ແມ່ນປະເທດທີ່ບໍ່ມີປະຊາທິປະໄຕ.

ຢູ່ອາຊີ, ອາເມຣິກາບໍ່ໄດ້ເຊື້ອເຊີນປະເທດຈີນ,ແຕ່ເຂດໄຕ້ຫວັນຂອງຈີນທີ່ບໍ່ມີອະທິປະໄຕພັດຖືກຈັດເຂົ້າຢູ່ໃນບັນຊີລາຍຊື່ປະເທດທີ່ຈະໄດ້ຮັບການເຊື້ອເຊີນ,ນອກນີ້, ອາເມຣິກາຍັງໄດ້ເຊື້ອເຊີນອິນເດຍ,ອີຣັກແລະປະເທດອື່ນໆທີ່ມີຂໍ້ບົກຜ່ອງດ້ານປະຊາທິປະໄຕທີ່ໜັກໜ່ວງ. ເພື່ອໃຫ້ສົມກັບຄຳທີ່ວ່າກອງປະຊຸມປະຊາທິປະໄຕ,ອາເມຣິກາໄດ້ເຮັດແບບບໍ່ມີມາດຕະຖານເລີຍໃນການຄັດເລືອກປະເທດທີ່ຈະເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມ.

ວາລະສານ“ນະໂຍບາຍການຕ່າງປະເທດ”ຂອງອາເມຣິກາເຫັນວ່າ: ບັນຊີລາຍຊື່ສະບັບດັ່ງກ່າວລວມມີປະເທດທີ່ມີບັນຫາດ້ານປະຊາທິປະໄຕຫຼາຍປະເທດ, ຂ່າວສານລອຍເຕີຂອງອັງກິດກໍ່ໄດ້ສະແດງຄວາມສົງໄສໃນວັນທີ 7 ພະຈິກນີ້ວ່າເປັນຫຍັງປະເທດທີ່ເປັນໄພຂົ່ມຂູ່ຕໍ່ປະຊາທິປະໄຕບາງປະເທດພັດໄດ້ຮັບການເຊື້ອເຊີນ. ຕໍ່ເລື່ອງນີ້, ມີຊາວເນັດທີ່ຮູ້ເລື່ອງໄດ້ວິເຄາະວ່າ: “ມາດຕະຖານປະຊາທິປະໄຕແບບອາເມຣິກາມີພຽງສິ່ງດຽວຄື: ຜູ້ໃດຟັງຄວາມ,ຜູ້ນັ້ນກໍ່ແມ່ນ ‘ປະເທດປະຊາທິປະໄຕ’”.

ສິ່ງທີ່ເປັນໜ້າຕະຫຼົກກໍ່ແມ່ນ,ສະຖາບັນຄົ້ນຄວ້າການຊ່ວຍເຫຼືອການເລືອກຕັ້ງແລະປະຊາທິປະໄຕສາກົນຫຼື International IDEA ກໍ່ໄດ້ກ່າວໃນວັນທີ 22 ພະຈິກເຊິ່ງເປັນວັນທີ່ເປີດເຜີຍບັນຊີລາຍຊື່ “ປະເທດທີ່ຖອຍຫຼັງດ້ານປະຊາທິປະໄຕ”ປະຈຳປີວ່າ: ອາເມຣິກາໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ,ປະຊາທິປະໄຕຂອງອາເມຣິກາມີຄວາມຮ້າຍແຮງຢ່າງຈະແຈ້ງໂດຍເລີ່ມມາແຕ່ປີ 2019. ຄຳວ່າກອງປະຊຸມສຸດຍອດປະຊາທິປະໄຕທີ່ປະເທດມີການຖອຍຫຼັງດ້ານປະຊາທິປະໄຕເປັນເຈົ້າການນຳໜ້າຈັດຂຶ້ນນັ້ນຈັ່ງແມ່ນເລື່ອງຕະຫຼົກແທ້ໆ.

ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ,ຫາກບໍ່ແມ່ນອາວຸດທີ່ປະເທດໃດໜຶ່ງນຳເອົາມາເພື່ອໂຈມຕີປະເທດອື່ນ. ຄຳທີ່ວ່າກອງປະຊຸມສຸດຍອດປະຊາທິປະໄຕທີ່ອາເມຣິກາຈະຈັດຂຶ້ນນັ້ນເປັນພຽງແຕ່ການຕອບສະໜອງຄວາມຕ້ອງການຂອງມະຫາອຳນາດຂອງຕົນເທົ່ານັ້ນ,ຫາກບໍ່ສາມາດຊຸກຍູ້ໃຫ້ຂະບວນການປະຊາທິປະໄຕເບັ່ງບານໄດ້ຢ່າງແທ້ຈິງ,ການກະທຳທີ່ແຝງຄວາມຊົ່ວຮ້າຍແບບນີ້ເປັນການບິດເບືອນແລະດູໝິ່ນປະຊາທິປະໄຕຢ່າງເປີດແປນແລະຈະມີຜົນຮ້າຍຢ້ອນຫຼັງຢ່າງຫຼວງຫຼາຍ.

Share with:

2021-11-25 17:18:52 cri

ຄຳທີ່ວ່າ “ກອງປະຊຸມສຸດຍອດປະຊາທິປະໄຕ” ທີ່ປະເທດຖອຍຫຼັງດ້ານປະຊາທິປະໄຕຈັດຂຶ້ນນັ້ນຈັ່ງແມ່ນເລື່ອງຕະຫຼົກແທ້ໆ

Share this story on

Messenger Pinterest LinkedIn