ພາສາລາວ

ທ່ານຢົ້ວຢວນເຈິ່ງ ວິສະວະກອນທ່າກ່ຳປັ່ນແລະການເດີນເຮືອ

cri2021-10-03 19:16:04

ທ່ານຢົ້ວຢວນເຈິ່ງ, ປີນີ້ອາຍຸ 38 ປີ, ວິສະວະກອນຂະແໜງທ່າກ່ຳປັ່ນແລະການເດີນເຮືອຂອງກຸ່ມບໍລິສັດກໍ່ສ້າງຂົວທາງຈີນ

ທ່ານໄດ້ເຂົ້າຮ່ວມໂຄງການກໍ່ສ້າງອຸມົງໃຕ້ທະເລຂອງຂົວໃຫຍ່ຮົງກົງ, ຈູ່ໄຫ ແລະ ມາເກົາ ທີ່ເປັນໂຄງການໃຫຍ່ແຫ່ງສະຕະວັດ ແຕ່ປີ 2011 ຫາປີ 2018. ໃນເວລາ 7 ປີດັ່ງກ່າວ, ທ່ານໄດ້ພັດທະນາຕົນເອງຈາກນັກວິຊາການກາຍເປັນວິສະວະກອນໃຫຍ່. ປັດຈຸບັນ, ທ່ານໄດ້ເຂົ້າຮ່ວມໂຄງການກໍ່ສ້າງຂະໜາດໃຫຍ່ ຄື ໂຄງການອຸມົງໃຕ້ນ້ຳຈາກນະຄອນເຊິນເຈິ້ນຫານະຄອນຈຸ່ງຊານ, ທ່ານເປັນຫົວໜ້າຝ່າຍໂຄງການ.

ເພື່ອການກໍ່ສ້າງໂຄງການ, ທ່ານຢົ້ວຢວນເຈິ່ງໄດ້ຍ້າຍຄອບຄົວມາຢູ່ນະຄອນຈຸ່ງຊານແຂວງກວາງຕຸ້ງ. ເມຍຂອງທ່ານເປັນໝູ່ຮ່ວມຫ້ອງໃນມະຫາວິທະຍາໄລ ແລະ ດຽວນີ້ເປັນອາຈານສອນໃນວິທະຍາໄລອາຊີວະສຶກສານະຄອນຈຸ່ງຊານ. ລູກຊາຍປີນີ້ອາຍຸໄດ້ 12 ປີແລ້ວ, ພວມຮຽນຢູ່ຊັ້ນ ປ.6. ພໍ່ແລະແມ່ຂອງທ່ານໄດ້ອອກກິນເບ້ຍບຳນານແລ້ວ, ແຕ່ພວກທ່ານດຳລົງຊີວິດຢູ່ຮ່ວມກັບທ່ານຢົ້ວຢວນເຈິ່ງ. ທ່ານຢົ້ວຢວນເຈິ່ງໄດ້ຕື່ນຕົງໂມງ ຄື 6 ໂມງເຊົ້າ, ຮ່ວມກິນເຂົ້າເຊົ້າກັບຄອບຄົວ, ຫຼັງຈາກນັ້ນ, ທ່ານກໍ່ຂ້ຽວເດີນທາງໄປສະຖານທີ່ກໍ່ສ້າງ.

ເສັ້ນທາງເຊິນເຈິ້ນ-ຈຸ່ງຊານແມ່ນເສັ້ນທາງເຊື່ອມຕໍ່ນະຄອນເຊິນເຈິ້ນແລະນະຄອນຈຸ່ງຊານຂອງແຂວງກວາງຕຸ້ງ, ມີທັງເກາະດອນ, ຂົວ, ອຸມົງ ແລະ ອຸມົງໃຕ້ນ້ຳ, ເປັນໂຄງການກໍ່ສ້າງເສັ້ນທາງຂ້າມທະເລທີ່ສ້າງຍາກທີ່ສຸດໃນໂລກ ທີ່ກຳລັງກໍ່ສ້າງຢູ່.

ນະຄອນຈຸ່ງຊານມີປະຊາກອນ 4,41 ລ້ານຄົນ, ເປັນຕົວເມືອງລະດັບປານກາງຂອງຈີນ.

ອີກຟາກໜຶ່ງຂອງທະເລແມ່ນນະຄອນເຊິນເຈິ້ນ

GDP ຂອງນະຄອນເຊິນເຈິ້ນຖືກຈັດຢູ່ໃນອັນດັບ 3 ຂອງປະເທດຈີນ. ສອງຕົວເມືອງດັ່ງກ່າວຕັ້ງຢູ່ຫ່າງໄກກັນປະມານ 20 ກິໂລແມັດ, ປະຊາຊົນສອງຕົວເມືອງນີ້ພຽງແຕ່ຂີ່ເຮືອ ຫຼືລັດໄປທາງອື່ນ ເພື່ອໄປມາຫາສູ່ກັນ ຍ້ອນວ່າມີທະເລຂັ້ນກາງ.

ພາຍຫຼັງສ້າງເສັ້ນທາງເຊິນເຈິ້ນ-ຈຸ່ງຊານສຳເລັດແລ້ວ, ຈະກາຍເປັນເສັ້ນທາງເຊື່ອມຕໍ່ສອງຕົວເມືອງນີ້ໂດຍກົງ, ເວລາຂັບລົດຈາກນະຄອນເຊິນເຈິ້ນໄປຫານະຄອນຈຸ່ງຊານຈາກ 2 ຊົ່ວໂມງໃນເມື່ອກ່ອນກໍ່ຈະຫຼຸດລົງ 20 ນາທີ. ທ່ານຢົ້ວຢວນເຈິ່ງ ແລະ ທີມງານຂອງທ່ານໄດ້ຮັບຜິດຊອບການຂົນສົ່ງ, ການຄວບຄຸມ ແລະ ຕິດຕັ້ງສິ້ນສ່ວນອຸມົງ 22 ທ່ອນ ຂອງເສັ້ນທາງເຊິນເຈິ້ນ-ຈຸ່ງຊານ.

ຕອນທີ 2 ຕິດຕັ້ງຢູ່ນີ້, ອີງຕາມຄວາມຮຽກຮ້ອງຕ້ອງການໃນການເດີນເຮືອເທິງທະເລ, ຕ້ອງຈັດໃຫ້ມີຊ່ອງຫວ່າງລະຫວ່າງສອງຟາກຟັ່ງ ເພື່ອໃຫ້ເຮືອຜ່ານໄປໄດ້.

ເມື່ອເດີນທາງໄປເຖິງສະຖານທີ່ເຮັດວຽກແລ້ວ, ທ່ານຢົ້ວຢວນເຈິ່ງໄດ້ເລີ່ມປຶກສາຫາລືກ່ຽວກັບຄວາມຄືບໜ້າດ້ານການກໍ່ສ້າງ, ຄົ້ນຄວ້າບັນຫາດ້ານເຕັກນິກຍາກຕ່າງໆ ແລະ ກວດເບິ່ງບົດລາຍງານດ້ານການກໍ່ສ້າງຈາກ 6 ພາກສ່ວນທີ່ຂຶ້ນກັບຕົນ, ຈັດສັນຊັບພະຍາກອນ ໂດຍອີງຕາມສະພາບການທີ່ກ່ຽວຂ້ອງ. ນອກຈາກມີເຂດເຮັດວຽກແລ້ວ, ຍັງມີເຂດພັກຜ່ອນຂອງພະນັກງານ, ເດີ່ນບານບ້ວງ ແລະ ຫ້ອງອາຫານ. ຫຼັງກິນເຂົ້າທ່ຽງແລ້ວໆ, ທ່ານຢົ້ວຢວນເຈິ່ງຕ້ອງໄດ້ຂີ່ເຮືອອອກຈາກສະຖານທີ່ເຮັດວຽກ ເພື່ອໄປກວດເບິ່ງຄວາມຄືບໜ້າດ້ານການກໍ່ສ້າງຢູ່ຕາມດອນທຽມທີ່ເຊື່ອມຕໍ່ຂົວ ແລະ ອຸມົງ.

ພາຍຫຼັງສ້າງເສັ້ນທາງເຊິນເຈິ້ນ-ຈຸ່ງຊານສຳເລັດແລ້ວ, ດອນທຽມແຫ່ງນີ້ຈະກາຍເປັນສູນຄົມມະນາຄົມຂະໜາດໃຫຍ່ທີ່ມີທັງເຂດການຄຸ້ມຄອງ, ເຂດການຊ່ວຍເຫຼືອ, ເຂດການຄ້າ ແລະ ການບັນເທີງ.

ກ່ອນການຕິດຕັ້ງສິ້ນສ່ວນອຸມົງໃຕ້ທະເລທຸກເທື່ອ, ທ່ານຢົ້ວຢວນເຈິ່ງລ້ວນແຕ່ມາດອນທຽມແຫ່ງນີ້ ເພື່ອກວດກາວຽກງານການກະກຽມທຸກຢ່າງ ເພື່ອຮັບປະກັນໃຫ້ການເຊື່ອມຕໍ່ອຸມົງຢູ່ໃຕ້ທະເລຖືກຕ້ອງແມ່ນຢຳ, ສິ້ນສ່ວນທ່ອນໜຶ່ງຍາວ 165 ແມັດ, ກວ້າງ 46 ແມັດ ແລະ ມີນ້ຳໜັກເຖິງ 8 ໝື່ນໂຕນ. ການຕິດຕັ້ງສິ້ນສ່ວນອຸມົງໃຕ້ທະເລຕ້ອງພິຈາລະນາເຖິງຫຼາຍປັດໄຈ ເຊັ່ນ: ໄລຍະການກໍ່ສ້າງ, ອຸທົກກະສາດ, ກະແສນ້ຳ ແລະ ສະພາບການເດີນເຮືອ. ໂດຍສະເລ່ຍແລ້ວ, ເຄິ່ງເດືອນໃດຈິ່ງມີໂອກາດທີ່ເໝາະສົມເທື່ອໜຶ່ງ.

ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານການຂົນສົ່ງຈາກໄລຍະໄກເຖິງ 50 ກິໂລແມັດ, ວິສະວະກອນຈີນໄດ້ອອກແບບ ແລະ ສ້າງກ່ຳປັ່ນເປັນການສະເພາະ. ເນື້ອທີ່ຂອງຊານກ່ຳປັ່ນກວ້າງຊ່ຳກັບສະໜາມບານເຕະມາດຕະຖານ 2 ເດີ່ນ, ສາມາດຂົນສົ່ງສິ້ນສ່ວນໄດ້ຢ່າງມີປະສິດທິພາບສູງ ແລະ ສາມາດເຊື່ອມຕໍ່ອຸມົງໃຕ້ນ້ຳໃຫ້ສຳເລັດໄດ້ເປັນຢ່າງດີ.

ຕະຫຼອດຂະບວນການຂົນສົ່ງແລະຕິດຕັ້ງສິ້ນສ່ວນ, ທ່ານຢົ້ວຢວນເຈິ່ງຕ້ອງໄດ້ຕິດຕາມຢ່າງໃກ້ຊິດ, ໂດຍອີງຕາມຕົວເລກຂໍ້ມູນຕ່າງໆ ແລະ ປະສົບການຂອງຕົນ, ເພື່ອວິນິດໄສ ແລະ ອອກຄຳສັ່ງຕິດຕັ້ງ ໂດຍອີງຕາມທິດທາງລົມ ແລະ ກະແສນ້ຳ.

ໂອເຄ, ເລີ່ມໄດ້, ໃຫ້ເອົາສິ້ນສ່ວນ E9 ລົງໄປໄດ້, ເທື່ອທຳອິດເອົາລົງໄປ 5 ແມັດກ່ອນ, ເລີ່ມດຽວນີ້ເລີຍ.

ຍ້ອນວ່າເງື່ອນໄຂທຸກເທື່ອຕ່າງກັນຫຼາຍ, ການຕິດຕັ້ງເທື່ອໜຶ່ງຈະຕ້ອງການເວລາ 30 ຊົ່ວໂມງຫາ 90 ຊົ່ວໂມງ.

ການຕິດຕັ້ງທຸກເທື່ອກໍແມ່ນສິ່ງທ້າທາຍທີ່ສຸດ, ຂ້ອຍຕ້ອງຕັດສິນໃຈຕາມສະພາບອຸທົກກະສາດ ແລະ ກະແສນ້ຳທະເລ. ການຕັດສິນໃຈທຸກເທື່ອລ້ວນແຕ່ສຳຄັນທີ່ສຸດ. ມີແຕ່ສິ້ນສ່ວນໄດ້ຖືກເອົາລົງໄປຕິດຕັ້ງໃນສະຖານທີ່ທີ່ກຳນົດໄວ້ແລ້ວເທົ່ານັ້ນ, ຂ້ອຍຈິ່ງໂລ່ງໃຈ.

ປັດຈຸບັນ, ທ່ານຢົ້ວຢວນເຈິ່ງແລະທີມງານຂອງທ່ານໄດ້ສຳເລັດການຕິດຕັ້ງສິ້ນສ່ວນໃນການສ້າງອຸມົງໃຕ້ທະເລ 10 ຕອນແລ້ວ, ໄດ້ສ້າງອຸມົງຍາວຫຼາຍກວ່າ 1,6 ກິໂລແມັດແລ້ວ.

ການແລ່ນເຮືອອອກຈາກທ່າກ່ຳປັ່ນ, ການຂົນສົ່ງ ແລະ ການຕິດຕັ້ງລ້ວນແຕ່ສຳເລັດລົງແລ້ວ.

ພາຍຫຼັງສຳເລັດການຕິດຕັ້ງເທື່ອໜຶ່ງ, ທ່ານຢົ້ວຢວນເຈິ່ງຈະສະຫຼຸບບົດຮຽນ ແລະວາງແຜນການຕິດຕັ້ງຕໍ່ໄປ, ແລ້ວຈິ່ງຈະພັກຜ່ອນໄດ້. ໃນຍາມພັກຜ່ອນ, ທ່ານມັກແຕ່ງກິນນຳເມຍ ແລະ ສອນລູກຮຽນໜັງສື. ພາຍຫຼັງກິນເຂົ້າຄາບຄຳແລ້ວໆ, ທ່ານຈະພາຄອບຄົວໄປຍ່າງຫຼິ້ນຢູ່ແຄມນ້ຳຂ້າງບ້ານ. ທ່ານມັກຫຼິ້ນກິລາ, ໄດ້ພາລູກຊາຍໄປແລ່ນ ແລະ ຫຼິ້ນປິ່ງປ່ອງເລື້ອຍໆ.

ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລໃນປີ 2005 ແລ້ວ, ທ່ານຢົ້ວຢວນເຈິ່ງກໍເລີ່ມເຮັດວຽກເປັນວິສະວະກອນ, ມາຮອດປີນີ້ທ່ານໄດ້ເຮັດວຽກແລ້ວເປັນເວລາ 16 ປີ.

ໃນຖານະເປັນວິສະວະກອນໜຸ່ມຄົນໜຶ່ງ, ຂ້ອຍຮູ້ສຶກວ່າ, ຕົນເອງໂຊກດີຫຼາຍ, ສາມາດເຂົ້າຮ່ວມໂຄງການກໍ່ສ້າງຂະໜາດໃຫຍ່ເປັນພິເສດ 2 ໂຄງການ ຄື: ຂົວໃຫຍ່ເຊື່ອມຕໍ່ຮົງກົງ, ຈູ່ໄຫ ແລະ ມາເກົາ ແລະ ເສັ້ນທາງເຊິນເຈິ້ນ-ຈຸ່ງຊານ ໃນໄວທີ່ຍັງໜຸ່ມແໜ້ນຢູ່. ຂ້ອຍຄິດວ່າ: ຍັງມີຊາວໜຸ່ມຫຼາຍຄົນຄືກັນກັບຂ້ອຍນີ້, ໄດ້ອຸທິດຕົນ ໃນການສ້າງທ່າກ່ຳປັ່ນ, ຂົວທາງ ແລະ ລົດໄຟຄວາມໄວສູງ.

Close
Messenger Pinterest LinkedIn