ພາສາລາວ

ສື່ມວນຊົນຝຣັ່ງລົງບົດຄວາມຂອງທ່ານສີຈິ້ນຜິງ

cri2024-05-06 10:35:56

ວັນທີ5ພຶດສະພານີ້, ເນື່ອງໃນໂອກາດເດີນທາງໄປນະຄອນຫຼວງປາຣີເພື່ອຢ້ຽມຢາມຝຣັ່ງທາງລັດຖະກິດ, ໜັງສືພິມ ເລີຟີກາໂລ (Le Figaro) ຂອງຝຣັ່ງໄດ້ລົງບົດຄວາມຂອງທ່ານສີຈິ້ນຜິງ ປະທານປະເທດຈີນພາຍໃນຫົວຂໍ້ “ສືບທອດຈິດໃຈສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງ ເພື່ອຮ່ວມກັນສົ່ງເສີມສັນຕິພາບແລະການພັດທະນາຂອງໂລກ”.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງລະບຸວ່າ: ປີນີ້ເປັນປີຄົບຮອບ60ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງ. ສອງປະເທດຈີນ-ຝຣັ່ງສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນການສ້າງຂົວຕໍ່ລະຫວ່າງປະເທດຕາເວັນອອກກັບປະເທດຕາເວັນຕົກ, ທັງເປັນການຊຸກຍູ້ໃຫ້ການພົວພັນສາກົນຂະຫຍາຍຕົວໄປຕາມທິດທາງແຫ່ງການສົນທະນາແລະຮ່ວມມືກັນ. ຕະຫຼອດໄລຍະ60ປີຜ່ານມານີ້, ສາຍພົວພັນຈີນ-ຝຣັ່ງໄດ້ຕິດຕາມກະແສໃຫ້ທ່ວງທັນກັບຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເສີມຂະຫຍາຍບົດບາດນຳພາການຖອດຖອນບົດຮຽນແລະແລກປ່ຽນກັນລະຫວ່າງອະລິຍະທຳຢູ່ໃນໂລກ ພ້ອມທັງໄດ້ຊຸກຍູ້ການປະຕິບັດວາລະດ້ານດິນຟ້າອາກາດຂອງໂລກຢ່າງແຂງແຮງ.

ຈີນຍິນດີຮ່ວມກັບຝຣັ່ງເສີມຂະຫຍາຍຈິດໃຈສ້າງຕັ້ງສາຍພົວພັນທາງການທູດນຳກັນ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ທົ່ວໂລກເພີ່ມທະວີການຮ່ວມມືກັນ. ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ລົງເລິກການຮ່ວມມືກັບບັນດາປະເທດຢູ່ໃນໂລກເຊິ່ງລວມທັງປະເທດຝຣັ່ງ. ຈີນຍິນດີຮ່ວມກັບຝຣັ່ງເພີ່ມທະວີການແລກປ່ຽນຄວາມເຫັນແລະປະສານງານກັນ, ເພື່ອປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ສື່ມວນຊົນຝຣັ່ງລົງບົດຄວາມຂອງທ່ານສີຈິ້ນຜິງ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn