ພາສາລາວ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

cri2024-04-27 16:44:03

ຊຸມປີມໍ່ໆມານີ້, ໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນ, ນະຄອນຮັ້ນຈົ່ງ ແຂວງສານຊີ່ຈີນ ໄດ້ສຸມໃສ່ການຊຸກຍູ້ການພັດທະນາຂະແໜງການຜະລິດທີ່ມີເອກະລັກພິເສດ, ການສ້າງສາຊົນນະບົດທີ່ສວຍງາມ ແລະ ເພີ່ມພະລັງແຮງຂັບເຄື່ອນດ້ວຍວັດທະນະທຳ ໂດຍໄດ້ເດີນຕາມເສັ້ນທາງແຫ່ງຄວາມຈະເລີນທີ່ມີເອກະລັກພິເສດຂອງຕົນ.

ການຈັກສານເຄື່ອງໃຊ້ຫວາຍຂອງນະຄອນຮັ້ນຈົ່ງ ແມ່ນຝີມືດັ້ງເດີມທີ່ມີປະຫວັດສາດເປັນເວລາ 2.000 ກວ່າປີແລ້ວ. ຊຸມປີມໍ່ໆມານີ້, ນະຄອນດັ່ງກ່າວໄດ້ອາໄສຂະແໜງການຈັກສານເຄື່ອງໃຊ້ຫວາຍ ເພື່ອພັດທະນາເສດຖະກິດຄອບຄົວ ໂດຍໄດ້ສົ່ງເສີມໃຫ້ຊາວບ້ານ 4.000 ກວ່າຄົນໃນ 7 ຕາແສງສາມາດມີວຽກເຮັດງານທຳຢູ່ໜ້າເຮືອນ. ປັດຈຸບັນນີ້, ຍອດມູນຄ່າການຜະລິດຂອງຂະແໜງການຈັກສານເຄື່ອງໃຊ້ຫວາຍຂອງນະຄອນຮັ້ນຈົ່ງ ໄດ້ບັນລຸຫຼາຍກວ່າ 86 ລ້ານຢວນ, ມືຄູ່ໜຶ່ງ ແລະ ຫວາຍເສັ້ນນ້ອຍໆ ກໍສາມາດສ້າງເສັ້ນທາງແຫ່ງຄວາມຮັ່ງມີໃຫ້ແກ່ຄອບຄົວເປັນພັນເປັນໝື່ນ.

ນະຄອນຮັ້ນຈົ່ງ ມີດອກໄມ້ບານໃນ 3 ລະດູ, ມີໝາກໄມ້ສົດໃນ 4 ລະດູ, ມີເທດສະການຕ່າງໆໃນຕະຫຼອດປີ, ຂະແໜງການທ່ອງທ່ຽວຊົນນະບົດໄດ້ພັດທະນາເປັນຢ່າງດີ.

ໃນ 10 ກວ່າປີມານີ້, ເທດສະການຜັກກາດນ້ຳມັນຂອງນະຄອນຮັ້ນຈົ່ງ ມີກິດຈະກຳຫຼາກຫຼາຍສີສັນ, ພື້ນຖານໂຄງລ່າງໃນແຫຼ່ງທ່ອງທ່ຽວກໍນັບມື້ນັບສົມບູນຂຶ້ນ. ຄຽງຄູ່ກັບນັກທ່ອງທ່ຽງນັບມື້ນັບຫຼາຍຂຶ້ນ, ປະຊາຊົນທ້ອງຖິ່ນກໍມີຊ່ອງທາງສ້າງລາຍຮັບຫຼາຍກວ່າເກົ່າ.

ນະຄອນຮັ້ນຈົ່ງຍັງມີເຂດສະຫງວນນົກເຄຣສຕິດ ໄອບິສແຫ່ງຊາດ. ເພື່ອປົກປັກຮັກສາສະຖານທີ່ພັກອາໄສຂອງນົກເຄຣສຕິດ ໄອບິສ ພ້ອມທັງເຮັດໃຫ້ການອະນຸລັກລະບົບນິເວດ ແລະ ການພັດທະນາຂະແໜງການຜະລິດສາມາດດຳເນີນໄປພ້ອມໆກັນເປັນຢ່າງດີ, ນະຄອນຮັ້ນຈົ່ງໄດ້ຄົ້ນຄວ້າພັດທະນາກະສິກຳຊີວະພາບ ໂດຍໄດ້ນຳພາຊາວບ້ານ 14.000 ກວ່າຄອບຄົວສ້າງລາຍຮັບຈາກຕ່ອງໂສ້ກະສິກຳປະເພດນີ້.

ຄຽງຄູ່ກັບສິ່ງແວດລ້ອມທຳມະຊາດນັບມື້ນັບດີຂຶ້ນ, ຜູ້ມັກສັງເກດນົກ ໄດ້ເດີນທາງໄປຮອດນະຄອນຮັ້ນຈົ່ງນັບມື້ນັບຫຼາຍຂຶ້ນ, ການທ່ອງທ່ຽວແບບສັງເກດນົກໄດ້ກະຕຸກຊຸກຍູ້ການບໍລິການຕ່າງໆ ເຊັ່ນ: ທີ່ພັກອາໄສ, ການເຊົ່າລົດ ແລະອື່ນໆປາກົດອອກມາຢ່າງບໍ່ຢຸດຢັ້ງ.

ປັດຈຸບັນນີ້, ນະຄອນຮັ້ນຈົ່ງໄດ້ອອກແຮງຊຸກຍູ້ການເຄື່ອນໄຫວສະເພາະກິດ “ສ້າງສາບ້ານເກີດເມືອງນອນໃຫ້ສວຍງາມກວ່າເກົ່າ ດ້ວຍຄວາມດຸໝັ່ນຂະຫຍັນພຽນ” ເພື່ອວາດພາບການພັດທະນາຊົນນະບົດໃໝ່ ດ້ວຍທິວທັດທີ່ສວຍງາມ, ຂະແໜງການຜະລິດມີຄວາມຈະເລີນ ແລະ ປະຊາຊົນມີຄວາມປອງດອງກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn