ພາສາລາວ

ອັດຕາປົກຄຸມປ່າໄມ້ຂອງຈີນຫຼາຍກວ່າ 25%

cri2024-11-24 16:57:52

ວັນທີ 23 ພະຈິກນີ້, ທ່ານ ກ່ວນຈື້ເອົ່າ ຫົວໜ້າອົງການປ່າໄມ້ ແລະທົ່ງຫຍ້າແຫ່ງຊາດຈີນແນະນຳໃນກອງປະຊຸມປ່າໄມ້ໂລກ 2024 ທີ່ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງຈີນໃຫ້ຮູ້ວ່າ: ນັບມາຮອດທ້າຍປີ 2023, ອັດຕາປົກຄຸມປ່າໄມ້ຂອງຈີນໄດ້ຫຼາຍກວ່າ 25%, ປະລິມານສະສົມປ່າໄມ້ທັງໝົດບັນລຸຫຼາຍກວ່າ 20 ຕື້ແມັດກ້ອນ, ຍອດປະລິມານກຳຈັດກາກບອນຕໍ່ປີບັນລຸຫຼາຍກວ່າ 1ຕື້ 200 ລ້ານໂຕນ, ເນື້ອທີ່ປ່າປູກແມ່ນອັນດັບ 1 ໃນທົ່ວໂລກ, ກາຍເປັນປະເທດທີ່ມີສີຂຽວເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ.

ທ່ານ ກ່ວນຈື້ເອົ່າ ກ່າວຕື່ມວ່າ: ຍອດມູນຄ່າການຜະລິດຂອງຂະແໜງການປ່າໄມ້ ແລະທົ່ງຫຍ້າຂອງຈີນຫຼາຍກວ່າ 9.000 ຕື້ຢວນ, ກາຍເປັນປະເທດໃຫຍ່ທີ່ສຸດໃນດ້ານການຄ້າ, ການຜະລິດ ແລະ ການບໍລິໂພກຜະລິດຕະພັນປ່າໄມ້ຕົ້ນຕໍ.

ກອງປະຊຸມດັ່ງກ່າວມີຫົວຂໍ້ວ່າ “ຂະແໜງການປ່າໄມ້ຮ່ວມມືກັນສ້າງພາລະກິດ: ນຳພາຂະແໜງການປ່າໄມ້ພັດທະນາຢ່າງມີຄຸນນະພາບສູງດ້ວຍການປະດິດສ້າງໃໝ່”, ບຸກຄົນ, ນັກວິຊາການ ແລະຊ່ຽວຊານທີ່ມາຈາກພາກສ່ວນປ່າໄມ້, ອົງການຈັດຕັ້ງສາກົນ ແລະວິສາຫະກິດທີ່ມີຊື່ສຽງໃນສາກົນໃນດ້ານຂະແໜງການປ່າໄມ້ໄດ້ເຂົ້າຮ່ວມກອງປະຊຸມ, ມີວິສາຫະກິດເກືອບ 1.100 ແຫ່ງເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn