ພາສາລາວ

ທ່ານຮານເຈິ້ງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນນັກທຸລະກິດຍີ່ປຸ່ນ

cri2024-11-05 14:53:22

ວັນທີ 4 ພະຈິກນີ້, ທ່ານຮານເຈິ້ງ ຮອງປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນນັກທຸລະກິດຍີ່ປຸ່ນທີ່ມາຢ້ຽມຢາມຈີນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຮານເຈິ້ງກ່າວວ່າ: ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຍີ່ປຸ່ນມີພື້ນຖານທີ່ດີ, ມີຊ່ອງທາງໃຫຍ່ແລະມີການຊ່ວຍຊູຍູ້ໜູນກັນຢ່າງແຂງແຮງ, ສອງຝ່າຍຕ້ອງຂຸດຄົ້ນກຳລັງແຮງບົ່ມຊ້ອນດ້ານການຮ່ວມມືຢ່າງເລິກເຊິ່ງ, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີລະດັບສູງກວ່າເກົ່າ. ຈີນຈະເປີດປະຕູໃຫຍ່ແຫ່ງການເປີດປະຕູສູ່ພາຍນອກໃຫ້ນັບມືນັບກວ້າງອອກກວ່າເກົ່າ, ຫວັງວ່າຄະນະຜູ້ແທນນັກທຸລະກິດຍີ່ປຸ່ນຈະເສີມຂະຫຍາຍທ່າແຮງຂອງຕົນຢ່າງເຕັມທີ, ຊຸກຍູ້ໃຫ້ວິສາຫະກິດຍີ່ປຸ່ນເຂົ້າໃຈຈີນຢ່າງຮອບດ້ານແລະຖືກຕ້ອງ, ກຳເອົາໂອກາດການພັດທະນາຂອງຈີນໃຫ້ດີ.

ທ່ານຕາເຄຊິ ນິນາມິ ຜູ້ຕາງໜ້າຄະນະຜູ້ແທນນັກທຸລະກິດຍີ່ປຸ່ນກ່າວວ່າ: ຄະນະຜູ້ແທນນັກທຸລະກິດຍີ່ປຸ່ນຍິນດີສືບຕໍ່ສົ່ງເສີມບົດບາດຂອງຕົນ, ຊຸກຍູ້ໃຫ້ວົງການວິສາຫະກິດຍີ່ປຸ່ນສືບຕໍ່ເປີດກວ້າງຕະຫຼາດຢູ່ຈີນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຜົນປະໂຫຍດຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn