ທ່ານຫຼີຊີ່ຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຕໍ່ອີຕາລີ
ໂດຍຕອບສະໜອງຕາມຄຳເຊີນຂອງສະພາສູງອີຕາລີ, ທ່ານຫຼີຊີ່ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ເລຂາທິການຄະນະກຳມະການກວດກາລະບຽບວິໄນສູນກາງພັກໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນດຳເນີນການຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຕໍ່ອີຕາລີລະຫວ່າງວັນທີ 30 ຕຸລາຫາວັນທີ 2 ພະຈິກນີ້, ຢູ່ນະຄອນຫຼວງໂຣມໄດ້ພົບປະກັບທ່ານອິກນາຊີວ ລາ ຣູຊາ ປະທານສະພາສູງອີຕາລີ, ທ່ານອັນໂຕນີໂອ ຕາຈາ ຮອງນາຍົກ ລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດອີຕາລີ.
ທ່ານຫຼີຊີ່ກ່າວວ່າ: ສອງຝ່າຍຕ້ອງຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດໃຫ້ດີ, ຊຸກຍູ້ການສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຕາລີທີ່ສົມບູນແລະໝັ້ນທ່ຽງກວ່າເກົ່າ, ມີຜົນສຳເລັດຫຼາຍກວ່າເກົ່າ. ຍິນດີຮ່ວມກັບອີຕາລີບຸກເບີກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຜົນປະໂຫຍດໃນຂົງເຂດດັ້ງເດີມ, ພະລັງງານສີຂຽວແລະຂົງເຂດຈະເລີນໃໝ່ອື່ນໆ, ຂະຫຍາຍການພົວພັນຈີນ-ອີຕາລິໃຫ້ດີກວ່າເກົ່າໃນຍຸກໃໝ່.
ທ່ານລາ ຣູຊາກ່າວວ່າ: ອີຕາລີຍິນດີຮ່ວມກັບຈີນເພີ່ມທະວີການສົນທະນາແລະການແລກປ່ຽນລະຫວ່າງອົງການນິຕິບັນຍັດແລະພັກການເມືອງ.
ທ່ານອັນໂຕນີໂອ ຕາຈາກ່າວວ່າ: ອີຕາລີຫວັງວ່າຈະຮ່ວມກັບຈີນຮັດແໜ້ນການໄປມາຫາສູ່ກັນດ້ານເສດຖະກິດການຄ້າແລະການຮ່ວມມືໄມຕີຈິດຕື່ມອີກ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍພັດທະນາໄປສູ່ທິດທາງທີ່ມີຄວາມສົມດຸນແລະສົມເຫດສົມຜົນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved