ທ່ານສີຈິ້ນຜິງສົ່ງສານໄປຍັງສົມເດັດເຟລິເປ Ⅵ ເຈົ້າຊີວິດແອັດສະປາຍເພື່ອສະແດງຄວາມເສຍໃຈຕໍ່ແອັດສະປາຍທີ່ໄດ້ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ
ວັນທີ 2 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງສົມເດັດເຟລິເປ Ⅵ ເຈົ້າຊີວິດແອັດສະປາຍເພື່ອສະແດງຄວາມເສຍໃຈຕໍ່ແອັດສະປາຍທີ່ໄດ້ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ.
ເນື້ອໃນສານຂອງທ່ານສີຈິ້ນຜິງຂຽນວ່າ: ຂ້າພະເຈົ້າຮູ້ສຶກຕົກໃຈຫຼາຍທີ່ໄດ້ຮູ້ຂ່າວກ່ຽວກັບຫຼາຍແຫ່ງຂອງແອັດສະປາຍເກີດໄພນ້ຳຖ້ວມຢ່າງໜັກໜ່ວງ ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ ພ້ອມທັງໄດ້ສ້າງຄວາມເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງເລິກເຊິ່ງຕໍ່ຜູ້ປະສົບເຄາະຮ້າຍ ພ້ອມທັງສະແດງຄວາມຢື້ຢາມຖາມຂ່າວດ້ວຍຄວາມຈິງໃຈຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ ແລະຜູ້ບາດເຈັບ. ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳສຳພາຂອງສົມເດັດເຟລິເປ ແລະ ລັດຖະບານແອັດສະປາຍ, ປະຊາຊົນເຂດປະສົບໄພຈະສາມາດເອົາຊະນະໄພທຳມະຊາດ ແລະ ສ້າງບ້ານແປງເມືອງຄືນໃໝ່ໂດຍໄວເທົ່າທີ່ຈະໄວໄດ້ຢ່າງແນ່ນອນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved