ພາສາລາວ

ຄຳປາໄສທີ່ສຳຄັນຂອງທ່ານສີຈິ້ນຜິງກະຕຸກໃຫ້ພະນັກງານແລະປະຊາຊົນທັງຫຼາຍກ້າວໄປຂ້າງໜ້າດ້ວຍຄວາມອົງອາດກ້າຫານແລະກຳລັງທີ່ຫ້າວຫັນ

CRI2024-11-03 12:25:28

ຊຸດສຳມະນາສະເພາະພະນັກງານການນຳທີ່ສຳຄັນຂັ້ນແຂວງແລະກະຊວງກ່ຽວກັບການຮຽນຮູ້ແລະຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 29 ຕຸລາຫາວັນທີ 1 ພະຈິກປີ 2024. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສທີ່ສຳຄັນໃນພິທີເປີດຊຸດສຳມະນາຄັ້ງນີ້ ໂດຍໄດ້ສະຫຼຸບຢ່າງເລິກເຊິ່ງຕໍ່ຜົນສຳເລັດລັກສະນະປະຫວັດສາດທີ່ໄດ້ຮັບໃນການລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່, ສະເໜີຄວາມຮຽກຮ້ອງຢ່າງຈະແຈ້ງຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ພ້ອມທັງກ່າວເນັ້ນວ່າ ຕ້ອງຮ່ວມແຮງຮ່ວມໃຈຢ່າງດີກວ່າເກົ່າເພື່ອຊຸກຍູ້ໃຫ້ການປະຕິຮູບດຳເນີນໄປຢ່າງໝັ້ນທ່ຽງ ແລະ ຍາວໄກ.

ໃນຫຼາຍມື້ມານີ້, ວົງການຕ່າງໆໃນສັງຄົມໄດ້ຕັ້ງໃຈຮຽນຮູ້ຈິດໃຈຄຳປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ ໂດຍສະແດງວ່າ ຕ້ອງຖືຄຳປາໄສທີ່ສຳຄັນຂອງທ່ານສີຈິ້ນຜິງເປັນການຊີ້ນຳ, ເພີ່ມທະວີຄວາມເປັນເຈົ້າການ, ຫາບແບກໜ້າທີ່ໜັກຂອງຍຸກສະໄໝ, ຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ໃຫ້ດີ, ຊຸກຍູ້ໃຫ້ການປະຕິຮູບດຳເນີນໄປຢ່າງໝັ້ນທ່ຽງ ແລະ ຍາວໄກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn