ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີສະໂລວັກ
ຕອນບ່າຍວັນທີ 1 ພະຈິກນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງປະເທດຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຣເບີດ ຟີໂຊ ນາຍົກລັດຖະມົນຕີສາທາລະນະລັດສະໂລວັກທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ: ປີນີ້ເປັນປີທີ່ຈີນ-ສະໂລວັກສ້າງຕັ້ງສາຍພົວພັນທາງການທູດຄົບຮອບ75ປີ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບສະໂລວັກເພື່ອຊຸກຍູ້ສາຍພົວພັນຈີນ-ສະໂວວັກເປີດປະຫວັດສາດໜ້າໃໝ່ ແລະ ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍພົວພັນຈີນ-ສະຫະພາບເອີຣົບ. ປີໜ້າເປັນປີທີ່ຈີນ-ສະຫະພາບເອີຣົບສ້າງຕັ້ງສາຍພົວພັນທາງການທູດຄົບຮອບ50ປີ, ສາຍພົວພັນຈີນ-ສະຫະພາບເອີຣົບຄວນສະແດງໃຫ້ເຫັນເຖິງຄວາມສຸກງອມ ແລະ ຄວາມໝັ້ນທ່ຽງເທົ່າທີ່ຄວນ. ຫວັງວ່າ ຄະນະນຳສະຫະພາບເອີຣົບຊຸດໃໝ່ຈະຍຶດໝັ້ນທີ່ຕັ້ງສາຍພົວພັນຄູ່ຮ່ວມຈີນ-ສະຫະພາບເອີຣົບ, ປະຕິບັດນະໂຍບາຍຕໍ່ຈີນທີ່ຕັ້ງໜ້າ ແລະ ຕິດແທດຕົວຈິງ, ຄຸ້ມຄອງ ແລະ ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນຢ່າງເໝາະສົມ, ຫຼີກລ່ຽງການຫັນບັນຫາເສດຖະກິດການຄ້າໃຫ້ເປັນບັນຫາການເມືອງ.
ທ່ານໂຣເບີດ ຟີໂຊໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນສະຖາປະນາຂຶ້ນຄົບຮອບ75ປີ ໂດຍຢືນຢັນວ່າ: ສະໂລວັກເດັດດ່ຽວປະຕິບັດນະໂຍບາຍຈີນດຽວ, ຄັດຄ້ານການກະທຳທຸກຮູບແບບທີ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ. ຂອບໃຈຈີນທີ່ປະຕິບັດນະໂຍບາຍຍົກເວັ້ນວີຊາເຂົ້າເມືອງເປັນເວລາ 15 ວັນໃຫ້ພົນລະເມືອງສະໂລວັກ. ສະໂລວັກຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນລະຫວ່າງພັກການເມືອງກໍຄືການແລກປ່ຽນບົດຮຽນການບໍລິຫານປະເທດ, ຕັ້ງໜ້າຊຸກຍູ້ສະຫະພາບເອີຣົບສຸມໃສ່ຜ່ານຈາກການສົນທະນາແລະເປິກສາຫາລືກັນເພື່ອແກ້ໄຂຄວາມເຫັນທີ່ຂັດແຍ້ງກັນໃຫ້ເໝາະສົມ.
ພາຍຫຼັງພົບປະກັນ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຂອງສປຈີນແລະສ ສະໂລວັກວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved