ພາສາລາວ

ເຜີຍແຜ່ “ບົດລາຍງານກ່ຽວກັບການພັດທະນາອຸດສາຫະກຳກິລາກາງແຈ້ງຂອງຈີນປີ 2023-2024”

cri2024-10-28 14:51:19

ຫວ່າງມໍ່ໆມານີ້, ຈີນໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບການພັດທະນາອຸດສາຫະກຳກິລາກາງແຈ້ງຂອງຈີນປີ 2023-2024” ໂດຍສະແດງໃຫ້ເຫັນວ່າ: ອຸດສາຫະກຳກິລາກາງແຈ້ງພວມກາຍເປັນກຳລັງແຮງອັນສຳຄັນໃນການຊຸກຍູ້ການພັດທະນາອຸດສາຫະກຳກິລາຂອງຈີນ.

ອີງຕາມເນື້ອໃນຂໍ້ມູນຂອງບົດລາຍງານສະດັບດັ່ງກ່າວສະແດງໃຫ້ເຫັນວ່າ: ເມື່ອທຽບໃສ່ປີ 2019, ໃບສັ່ງຈອງກ່ຽວກັບກິລາກາງແຈ້ງຜ່ານທາງອິນເຕີເນັດໃນປີ 2023 ໄດ້ເພີ່ມຂຶ້ນ 14,99%, ຕົວເລກນີ້ໃນໄລຍະ 6 ເດືອນຕົ້ນປີ 2024 ໄດ້ເພີ່ມຂຶ້ນ 59,78% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເມື່ອເບິ່ງຈາກກຸ່ມທີ່ນິຍົມຊົມຊອບກິລາກາງແຈ້ງແລ້ວຈະເຫັນວ່າ: ຜູ້ຄົນທີ່ເກີດຫຼັງຈາກປີ 1980 ແລະ ປີ 1990 ແມ່ນຜູ້ຫຼິ້ນຕົ້ນຕໍຂອງກິລາກາງແຈ້ງ, ຜູ້ມັກຫຼິ້ນກິລາປະເພດນີ້ມີການໃຊ້ຈ່າຍໃນລາຍການກິລາປະເພດດຽວເຖິງ 2,000-5,000 ຢວນຕໍ່ປີ. ດັ່ງນັ້ນ, ກິລາກາງແຈ້ງ ເຊັ່ນ: ກິລານ້ຳກ້ອນແລະຫິມະ, ການແລ່ນ, ປີນຜາ, ການຍ່າງອອກກຳລັງກາຍ, ກິລາທາງນ້ຳ ແລະ ການຂີ່ລົດຖີບເປັນຕົ້ນ ໄດ້ພັດທະນາ ແລະ ຂະຫຍາຍອອກຢ່າງກວ້າງຂວາງແລະວ່ອງໄວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn