ພາສາລາວ

ໄຕມາດທີ 3 ຂອງປີນີ້, ຍອດປະລິມານການຂົນສົ່ງຜ່ານທາງການບິນພົນລະເຮືອນຂອງຈີນເປັນລະດັບສູງສຸດໃນປະຫວັດສາດ

CRI2024-10-28 10:44:12

ອີງຕາມແຫຼ່ງຂ່າວຈາກອົງການການບິນພົນລະເຮືອນຈີນແຈ້ງໃຫ້ຮູ້ວ່າ: ໃນໄຕມາດທີ 3 ຂອງປີນີ້, ຍອດປະລິມານການຂົນສົ່ງໃນທົ່ວຂະແໜງການບິນພົນລະເຮືອນຂອງຈີນບັນລຸເຖິງ 40,35 ຕື້ໂຕນກິໂລແມັດ, ເພີ່ມຂຶ້ນ 19,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຍອດປະລິມານການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຂອງການບິນພົນລະເຮືອນເປັນລະດັບສູງສຸດໃນປະຫວັດສາດ.

ດ້ານການຂົນສົ່ງຜູ້ໂດຍສານ, ໃນໄຕມາດທີ 3 ຂອງປີນີ້ຍອດປະລິມານການຂົນສົ່ງຜູ້ໂດຍສານຜ່ານທາງການບິນພົນລະເຮືອນບັນລຸເຖິງ 200 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນ, ເສັ້ນທາງການບິນພາຍໃນປະເທດບັນລຸເຖິງ 180 ລ້ານເທື່ອຄົນ, ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເສັ້ນທາງການບິນຕ່າງປະເທດບັນລຸເຖິງ 18.226.000 ເທື່ອຄົນ, ເພີ່ມຂຶ້ນ 78% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັບມາຮອດທ້າຍເດືອນກັນຍາປີນີ້, ຍອດປະລິມານການຂົນສົ່ງຜູ້ໂດຍສານສາກົນຂອງສາຍການບິນຈີນໄດ້ຟື້ນຟູຄືນຮອດລະດັບ 90% ຂຶ້ນໄປເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ເປັນ 3 ເດືອນລຽນຕິດ.

ດ້ານການຂົນສົ່ງສິນຄ້າ, ໃນໄຕມາດທີ 3 ຂອງປີນີ້ຍອດປະລິມານການຂົນສົ່ງສິນຄ້າຜ່ານທາງໄປສະນີຂອງຂະແໜງການທັງໝົດບັນລຸເຖິງ 2.315.000 ໂຕນ, ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn