9 ເດືອນປີນີ້, ວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລລື່ນກາຍ 5,000 ຕື້ຢວນ
ອີງຕາມຕົວເລກຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລານີ້ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ຂອງຈີນທີ່ມີລາຍຮັບຫຼາຍກວ່າ 20 ລ້ານຢວນຕໍ່ປີໄດ້ມີຜົນກໍາໄລບັນລຸເຖິງ 5,228 ຕື້ 160 ລ້ານຢວນ, ຫຼຸດລົງ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ທ່ານ ຢວີເວີ້ຍໜິງ ນັກສະຖິຕິກົມອຸດສາຫະກໍາອົງການສະຖິຕິແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກປັດໄຈຫຼາຍຢ່າງ, ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ຜົນກໍາໄລຂອງວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ໄດ້ຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ແຕ່ຍອດມູນຄ່າຜົນກໍາໄລແມ່ນໄດ້ລື່ນກາຍ 5,000 ຕື້ຢວນ, ພິເສດ ຜົນກໍາໄລຂອງຂະແໜງການທີ່ເປັນແຮງຂັບເຄື່ອນໃໝ່ທີ່ມີອຸດສາຫະກໍາການຜະລິດເຕັກໂນໂລຊີສູງເປັນຕົວແທນນັ້ນໄດ້ມີຈັງຫວະການເຕີບໂຕອ່າວໄວ, ໂດຍໄດ້ສ່ອງແສງໃຫ້ເຫັນເຖິງຄວາມໜຽວແໜ້ນດ້ານການພັດທະນາເສດຖະກິດອຸດສາຫະກໍາຂອງຈີນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved