ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີຄົນໃໝ່ຂອງໂມຊຳບິກ
ວັນທີ 26 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານເດນິວ ຟຣານຊິສໂຄ ຊາໂປ ເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດໂມຊຳບິກ.
ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຈີນ ແລະ ໂມຊຳບິກມີມິດຕະພາບຕໍ່ກັນມາແຕ່ດົນນານ. ໃນຊຸມປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ການຮ່ວມມືທີ່ແທ້ຈິງລະຫວ່າງສອງຝ່າຍໄດ້ຮັບໝາກຜົນອັນອຸດົມສົມບູນ, ສອງຝ່າຍເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງແຕ່ລະຝ່າຍ ແລະ ບັນຫາສຳຄັນທີ່ສອງຝ່າຍສົນໃຈຮ່ວມກັນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ໂມຊຳບິກ, ຍິນດີພະຍາຍາມຮ່ວມກັບທ່ານ ແລະ ຖືເອົາການຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາເປັນໂອກາດ, ສົ່ງເສີມໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າໃໝ່ເລື້ອຍໆ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ໄດ້ຫຼາຍກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved