ພາສາລາວ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານຄຸ້ມຄອງບໍລິການປະຊາຊົນ

CRI2024-10-26 15:35:46

ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານຄຸ້ມຄອງບໍລິການປະຊາຊົນ ໂດຍກ່າວວ່າ, ໃນຊຸມປີມໍ່ໆມານີ້, ພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງບໍລິການປະຊາຊົນໄດ້ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຂອງສູນກາງພັກ, ປະຕິບັດໜ້າທີ່ຮັບຜິດຊອບຢ່າງສຸດຄວາມສາມາດ, ວຽກງານດ້ານຕ່າງໆລ້ວນແຕ່ໄດ້ຮັບຄວາມຄືບໜ້າໃໝ່ ເຊິ່ງໄດ້ຮັບໃຊ້ສະພາບການໃຫຍ່ໃນພາລະກິດຂອງພັກ ແລະ ລັດ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຄວາມທັນສະໄໝແບບຈີນ ແມ່ນຖືຊີວິດການເປັນຢູ່ຂອງປະຊາຊົນເປັນວຽກສຳຄັນທີ່ສຸດ. ໃນຍຸກໃໝ່ ແລະ ຂະບວນການໃໝ່, ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີການນຳພາຕໍ່ວຽກງານຄຸ້ມຄອງບໍລິການປະຊາຊົນ, ເພີ່ມທະວີການສ້າງວຽກງານຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນທີ່ມີລັກສະນະສ້າງຜົນປະໂຫຍດຢ່າງທົ່ວເຖິງ ມີລັກສະນະພື້ນຖານ ແລະ ມີລັກສະນະຮັບປະກັນຂັ້ນພື້ນຖານ, ແກ້ໄຂບັນຫາດ້ານຜົນປະໂຫຍດທີ່ປະຊາຊົນເອົາໃຈໃສ່ຫຼາຍທີ່ສຸດ ມີສາຍພົວພັນໂດຍກົງທີ່ສຸດ ແລະ ຕິດແທດຕົວຈິງທີ່ສຸດ, ຊຸກຍູ້ໃຫ້ພາລະກິດຄຸ້ມຄອງບໍລິການປະຊາຊົນພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ. ພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງບໍລິການປະຊາຊົນທຸກຂັ້ນຕ້ອງຍຶດໝັ້ນການນຳພາຂອງພັກ, ເພີ່ມທະວີການກໍ່ສ້າງພັກ, ລົງເລິກການປະຕິຮູບ ແລະ ການປະດິດສ້າງໃໝ່, ປັບປຸງລະບົບນະໂຍບາຍ ແລະ ລະບຽບການ ລະບົບການບໍລິການ ແລະ ຮັບປະກັນ, ລະບົບຕິດຕາມຄຸ້ມຄອງ ແລະ ລະບົບການມີສ່ວນຮ່ວມຂອງສັງຄົມ, ອອກແຮງຊຸກຍູ້ໃຫ້ຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດໃນການຮັບມືກັບບັນຫາທີ່ມີອັດຕາສ່ວນຜູ້ອາຍຸສູງເພີ່ມຂຶ້ນ, ອອກແຮງຍົກລະດັບວຽກງານຊ່ວຍເຫຼືອທາງສັງຄົມ ສະຫວັດດີການສັງຄົມ ວຽກງານສັງຄົມ ແລະ ວຽກງານຄຸ້ມຄອງສັງຄົມໃຫ້ສູງຂຶ້ນ, ຕັ້ງໜ້າເຮັດວຽກທີ່ດີ ເຮັດວຽກທີ່ມີປະສິດທິຜົນຕົວຈິງ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ກັບປະຊາຊົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສາປະເທດຊາດໃຫ້ເຂັ້ມແຂງຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ ແລະ ພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn