ພາສາລາວ

ທ່ານຫວາງຢີ້ແນະນໍາສະພາບກ່ຽວຂ້ອງທີ່ທ່ານ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມຣັດເຊຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດບຣິກສ໌ຄັ້ງທີ 16

CRI2024-10-26 14:45:41

ໂດຍຕອບສະໜອງຕາມຄໍາເຊີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມຣັດເຊຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 16 ໃນລະຫວ່າງວັນທີ 22-24 ຕຸລານີ້. ພາຍຫຼັງການຢ້ຽມຢາມສິ້ນສຸດລົງ, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແນະນໍາສະພາບກ່ຽວຂ້ອງຂອງການຢ້ຽມຢາມເທື່ອນີ້ໃຫ້ສື່ມວນຊົນຮັບຮູ້.

ທ່ານ ຫວາງຢີ້ ແນະນໍາໃຫ້ຮູ້ວ່າ: ການຢ້ຽມຢາມເທື່ອນີ້ເປັນການຢ້ຽມຢາມເທື່ອທໍາອິດຂອງທ່ານປະທານ ສີຈິ້ນຜິງ ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈັດຂຶ້ນຢ່າງສໍາເລັດຜົນ, ພ້ອມທັງເປັນກອງປະຊຸມສຸດຍອດເທື່ອທໍາອິດພາຍຫຼັງປະເທດບຣິກສ໌ບັນລຸການເພີ່ມສະມາຊິກຄັ້ງປະຫວັດສາດ. ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດໂດຍທົ່ວໄປແລ້ວເຫັນວ່າ: ການຢ້ຽມຢາມເທື່ອນີ້ແມ່ນໄດ້ຮັບຜົນສໍາເລັດອັນອຸດົມສົມບູນ ແລະ ມີຈຸດພົ້ນເດັ່ນຢ່າງຫຼວງຫຼາຍ, ໂດຍໄດ້ຂຽນໂສມໜ້າໃໝ່ແຫ່ງຄວາມສາມັກຄີ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະເທດບຣິກສ໌, ພ້ອມທັງໄດ້ບຸກເບີກສ້າງອະນາຄົດໃໝ່ແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດເຂດໂລກໃຕ້, ຈີນໄດ້ເສີມຂະຫຍາຍບົດບາດອັນສໍາຄັນໃນຖານະທີ່ເປັນກຳລັງຫຼັກແຫຼ່ງດ້ານການຮ່ວມມືລະຫວ່າງປະເທດສະມາຊິກບຣິກສ໌ ກໍຄືສະມາຊິກແກນກາງຂອງປະເທດເຂດໂລກໃຕ້ອີກເທື່ອໜຶ່ງ. ພາຍໃຕ້ສະພາບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ, ການຮ່ວມມືລະຫວ່າງປະເທດສະມາຊິກບຣິກສ໌ໄດ້ນໍາພາມະຫາສາມັກຄີລະຫວ່າງປະເທດເຂດໂລກໃຕ້ ແລະ ພວມປາກົດມີຜົນສະທ້ອນຄັ້ງປະຫວັດສາດອັນສໍາຄັນ ແລະ ເລິກເຊິ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn