ພາສາລາວ

ທຸກການກະທໍາທີ່ບິດເບືອນຄວາມໜ້າເຊື່ອຖື ແລະ ປະສິດທິຜົນຂອງມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດລ້ວນແຕ່ເປັນການຢ້ອນຫຼັງປະຫວັດສາດ

CRI2024-10-26 15:16:48

ພາຍຫຼັງກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 25 ຕຸລານີ້ຢູ່ນະຄອນຫຼວງປັກກິ່ງ, ມີນັກຂ່າວຖາມວ່າ: ກ່ອນໜ້ານີ້ 53 ປີ, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິເລກທີ 2758 ໂດຍໄດ້ຟື້ນຟູທີ່ນັ່ງທີ່ຊອບດ້ວຍກົດໝາຍຢູ່ອົງການສະຫະປະຊາຊາດຂອງ ສປ ຈີນ. ຫວ່າງບໍ່ດົນຜ່ານມາ, ມີກຸ່ມຄົນຈໍານວນໜຶ່ງໄດ້ເຜີຍແຜ່ຖ້ອຍຄວາມຕ່າງໆ ເຊັ່ນ: ມະຕິດັ່ງກ່າວຍັງບໍ່ທັນແກ້ໄຂບັນຫາທີ່ນັ່ງຂອງໄຕ້ຫວັນ ເປັນຕົ້ນ ເພື່ອສະໜັບສະໜູນໄຕ້ຫວັນ “ເຂົ້າຮ່ວມກິດຈະກໍາຂອງອົງການສະຫະປະຊາຊາດແບບມີຄວາມໝາຍ”. ຈີນມີຄວາມເຫັນຕໍ່ກັບເລື່ອງນີ້ຄືແນວໃດ?

ທ່ານ ຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຢືນຢັນວ່າ: ວັນທີ 25 ຕຸລາ 1971, ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 26 ໄດ້ຮັບຮອງເອົາມະຕິເລກທີ 2758 ດ້ວຍຄະແນນສຽງເຫັນດີຢ່າງຫຼວງຫຼາຍ, ໂດຍໄດ້ຕົກລົງຟື້ນຟູສິດທັງໝົດຢູ່ອົງການສະຫະປະຊາຊາດຂອງ ສປ ຈີນ, ຮັບຮອງຜູ້ຕາງໜ້າລັດຖະບານ ສປ ຈີນເປັນຜູ້ຕາງໜ້າຂອງຈີນປະຈໍາອົງການສະຫະປະຊາຊາດທີ່ຊອບດ້ວຍກົດໝາຍພຽງຝ່າຍດຽວເທົ່ານັ້ນ, ພ້ອມທັງໄດ້ຂັບໄລ່ຜູ້ຕາງໜ້າເຈົ້າໜ້າທີ່ໄຕ້ຫວັນອອກຈາກອົງການສະຫະປະຊາຊາດກໍຄືທຸກອົງການຈັດຕັ້ງທີ່ຂຶ້ນກັບອົງການສະຫະປະຊາຊາດທັນທີ. ໃນຊຸມປີມໍ່ໆມານີ້, ອິດທິກໍາລັງຈໍານວນໜຶ່ງຂອງຕາເວັນຕົກໄດ້ມີເຈຕະນາບິດເບືອນມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ໂດຍໄດ້ເຜີຍແຜ່ຖ້ອຍຄວາມທີ່ຜິດພາດ ເຊັ່ນ: ມະຕິຕົກລົງດັ່ງກ່າວຍັງບໍ່ທັນແກ້ໄຂບັນຫາທີ່ນັ່ງຂອງໄຕ້ຫວັນ ເປັນຕົ້ນ, ໄດ້ປ່ອຍປະ ແລະ ສະໜັບສະໜູນກິດຈະກໍາແບ່ງແຍກໄຕ້ຫວັນ, ໂດຍໄດ້ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ. ຂ້າພະເຈົ້າຕ້ອງເນັ້ນໜັກອີກເທື່ອໜຶ່ງວ່າ: ທຸກການກະທໍາທີ່ຫວັງຢາກປະຕິເສດຫຼັກການປະເທດຈີນດຽວ, ບິດເບືອນຄວາມໜ້າເຊື່ອຖື ແລະ ປະສິດທິຜົນຂອງມະຕິ ເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດນັ້ນລ້ວນແຕ່ເປັນການຢ້ອນຫຼັງປະຫວັດສາດ, ພ້ອມທັງເປັນການທ້າທາຍຕໍ່ລະບຽບການສາກົນພາຍຫຼັງສົງຄາມໂລກຄັ້ງທີ 2 ເຊິ່ງຈະຕ້ອງປະສົບກັບຄວາມຫຼົ້ມແຫຼວຢ່າງແນ່ນອນ. ຈີນຕ້ອງທ້ອນໂຮມປະເທດຊາດເຂົ້າເປັນເອກະພາບຢ່າງແນ່ນອນ ແລະ ຈະທ້ອນໂຮມປະເທດຊາດເຂົ້າເປັນເອກະພາບໄດ້ຢ່າງແນ່ນອນ, ສິ່ງນີ້ເປັນທ່າອ່ຽງລວມແຫ່ງປະຫວັດສາດເຊິ່ງທຸກຄົນ ແລະ ທຸກອິດທິກໍາລັງລ້ວນແຕ່ບໍ່ສາມາດກີດຂວາງໄດ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn