ກະຊວງການຕ່າງປະເທດຈີນ: ງານຕະຫຼາດນັດສິນຄ້າຂາເຂົ້າ-ຂາອອກຈີນໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈແລະຄວາມຕັດສິນໃຈຢ່າງເດັດດ່ຽວຂອງຈີນໃນການຊຸກຍູ້ຄວາມທັນສະໄໝແບບຈີນ
ວັນທີ 21 ຕຸລານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ງານຕະຫຼາດນັດສິນຄ້າຂາເຂົ້າ-ຂາອອກຈີນແມ່ນຮູບຈຳລອງທີ່ສະແດງໃຫ້ເຫັນເຖິງການເປີດປະຕູສູ່ພາຍນອກໃຫ້ກວ້າງອອກຢ່າງບໍ່ຢຸດຢັ້ງຂອງຈີນ, ແມ່ນປ່ອງຢ້ຽມແຫ່ງການແບ່ງປັນໂອກາດຂອງຈີນໃຫ້ແກ່ທົ່ວໂລກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈແລະຄວາມຕັດສິນໃຈຢ່າງເດັດດ່ຽວຂອງຈີນໃນການຊຸກຍູ້ຄວາມທັນສະໄໝແບບຈີນ.
ທ່ານລີນຈ້ຽນກ່າວຕື່ມວ່າ: ງານຕະຫຼາດນັດຜ່ານທາງອອຟລາຍໄລຍະທຳອິດຂອງງານຕະຫຼາດນັດສິນຄ້າຂາເຂົ້າ-ຂາອອກຈີນຄັ້ງນີ້ແມ່ນສຸມໃສ່ “ການຜະລິດທີ່ທັນສະໄໝ”,ໃນນັ້ນບ່ອນວາງສະແດງຂອງວິສາຫະກິດທີ່ໄດ້ຮັບນາມມະຍົດເຕັກໂນໂລຊີສູງແລະໃໝ່ລະດັບຊາດແລະອື່ນໆມີຈຳນວນຫຼາຍກວ່າ 11.000 ແຫ່ງ, ເພີ່ມຂຶ້ນ 35,5% ເມື່ອທຽບໃສ່ຄັ້ງຜ່ານມາ.“ວິທະຍາສາດເຕັກໂນໂລຊີສູງແລະໃໝ່” ຄົ້ນຄວ້າທີ່ຜະລິດໂດຍຈີນງວດໜຶ່ງໄດ້ວາງສະແດງແບບໂຮມສູນ, ໄດ້ດຶງດູດທຸລະກິດຝ່າຍຈັດຊື້ຕ່າງປະເທດຈຳນວນຫຼວງຫຼາຍ. ຫຼັງຈາກນັ້ນສອງສາມອາທິດ,ງານຕະຫຼາດນັດສິນຄ້າຂາເຂົ້າ-ຂາອອກຈີນຍັງຈັດເປັນສອງໄລຍະວາງສະແດງ, ນັບມາຮອດວັນທີ 10 ຕຸລານີ້ລວມມີທຸລະກິດຝ່າຍຈັດຊື້ຕ່າງປະເທດ 125.000 ແຫ່ງທີ່ມາຈາກ 203 ປະເທດແລະເຂດແຄວ້ນໄດ້ລົງທະບຽນລ່ວງໜ້າ, ໃນຈຳນວນວິສາຫະກິດຂາຍຍ່ອຍທີ່ດີເດັ່ນກວ່າໝູ່ 250 ແຫ່ງໃນທົ່ວໂລກມີເຖິງ 223 ແຫ່ງໄດ້ຢືນຢັນເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ
ປະທານາທິບໍດີ ສ.ກົງໂກ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍອາຟຣິກາພັດທະນາຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ
ຜູ້ໄດ້ຮັບລາງວັນຕູຣິງ: ຢູ່ທ່າມກາງຄະນິດສາດຈະສາມາດຄົ້ນຫາຄວາມງາມແຫ່ງຄວາມຖາວອນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved