ພາສາລາວ

ໃນອີກຮອບ 60 ປີຕໍ່ໜ້ານີ້, ການຮ່ວມມືລະຫວ່າງຈີນ ແລະ ຝຣັ່ງຈະ “ສືບຕໍ່ອັນເກົ່າຂະຫຍາຍອັນໃໝ່”

CRI2024-05-08 16:08:06

ວັນທີ 6 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານເອັມມານເອວ ມາຄຣົງ ປະທານາທິບໍດີຝຣັ່ງຢູ່ທີ່ນະຄອນຫຼວງປາຣີ, ສອງຝ່າຍໄດ້ບັນລຸຜົນສຳເລັດຢ່າງອຸດົມສົມບູນ. ຈີນ ແລະ ຝຣັ່ງໄດ້ສົ່ງສັນຍານການຮ່ວມມືກັນຢ່າງຊັດເຈນ, ເຊິ່ງພາໃຫ້ເກີດມີຫາງສຽງສົນໃຈໃນລະດັບສູງ. ທ່ານມາຄຣົງກ່າວວ່າ, ປັດຈຸບັນ ໂລກພວມປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງ, ຝຣັ່ງ ແລະ ສະຫະພາບເອີຣົບມີຄວາມຕ້ອງການເພີ່ມທະວີການຮ່ວມມືກັບຈີນຫຼາຍຂຶ້ນກວ່າທຸກໄລຍະທີ່ຜ່ານມາ, ເພາະເລື່ອງນີ້ພົວພັນເຖິງອະນາຄົດຂອງເອີຣົບ.

ໃນໂອກາດທີ່ເດີນທາງຢ້ຽມຢາມຝຣັ່ງທາງລັດຖະກິດຄັ້ງນີ້, ທ່ານປະທານສີຈິ້ນຜິງໄດ້ຂຽນບົດຄວາມລົງໃນສື່ມວນຊົນຂອງຝຣັ່ງໂດຍມີເນື້ອໃນລະບຸວ່າ: ຍິນດີຊຸກຍູ້ໃຫ້ສາຍພົວພັນຈີນ-ຝຣັ່ງສືບທອດລະຫວ່າງກ່ອນ ແລະ ຫຼັງຈາກອັນເກົ່າ ຂະຫຍາຍສູ່ອັນໃໝ່. ທ່ານປະທານາທິບໍດີມາຄຣົງກໍເຫັນດີນຳວ່າ, ສາຍພົວພັນຝຣັ່ງ-ຈີນພວມຢູ່ໃນໄລຍະສຳຄັນເປັນຂໍກຸນແຈທີ່ຈະຕ້ອງສືບຕໍ່ອັນເກົ່າ ຂະຫຍາຍອັນໃໝ່.

ບຸກຄົນວິເຄາະກໍເຫັນໄດ້ວ່າ, ໃນດ້ານໜຶ່ງ, ຈີນ ແລະ ຝຣັ່ງຕ້ອງການສະຫຼຸບບົດຮຽນທີ່ມີຜົນສຳເລັດໃນການສ້າງສາຍພົວພັນທາງການທູດ 60 ປີມານີ້, ຮ່ວມກັນວາງແຜນຜັງອັນໃໝ່ແຫ່ງການຮ່ວມມື, ເພີ່ມພະລັງຂັບເຄື່ອນອັນໃໝ່ເຂົ້າໃນສາຍພົວພັນຈີນ-ຝຣັ່ງ. ອີກດ້ານໜຶ່ງ, ໂລກໃນປັດຈຸບັນແມ່ນຍັງມີຄວາມປັ່ນປ່ວນ, ສອງຝ່າຍລ້ວນແຕ່ເຫັນພ້ອມກັນວ່າ, ການຂະຫຍາຍສາຍພົວພັນຈີນ-ຝຣັ່ງໃຫ້ດີ, ມີຄວາມໝາຍສຳຄັນເປັນຢ່າງຍິ່ງຕໍ່ການຊຸກຍູ້ການຮ່ວມມືຈີນ-ເອີຣົບ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

ຄວນຈະວາງແຜນການຮ່ວມມືລະຫວ່າງຈີນ-ຝຣັ່ງແນວໃດໃນອີກຮອບ 60 ປີຕໍ່ໜ້ານີ້? ໃນໄລຍະຢ້ຽມຢາມຝຣັ່ງ, ທ່ານປະທານສີຈິ້ນຜິງໄດ້ສະເໜີວ່າ: “ສອງຝ່າຍຄວນຍຶດໝັ້ນອຸດົມການແຕ່ຫົວທີແຫ່ງການສ້າງສາຍພົວພັນທາງການທູດ, ເຊັ່ນ: ເອກະລາດ ເປັນເຈົ້າຕົນເອງ, ເຂົ້າໃຈເຊິ່ງກັນແລະກັນ, ເບິ່ງກວ້າງມອງໄກ, ຕ່າງຝ່າຍຕ່າງມີຜົນປະໂຫຍດ”, “ສ້າງສາຍພົວພັວຈີນ-ຝຣັ່ງໃຫ້ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງໝັ້ນທ່ຽງ, ຍຶດໝັ້ນກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ, ສືບທອດໝາກຜົນຂອງການພັດທະນາສາຍພົວພັນສອງຝ່າຍທັງມີການປະດິດສ້າງໃໝ່, ແລະແບກຫາບຄວາມຮັບຜິດຊອບຢ່າງກ້າຫານ”, ສອງຝ່າຍຕ້ອງຊ່ວຍກັນປ້ອງກັນບໍ່ໃຫ້ເກີດ “ສົງຄາມເຢັນຄັ້ງໃໝ່” ຫຼື ການເປັນປໍລະປັກກັນລະຫວ່າງກຸ່ມກ້ອນ, ຊ່ວຍກັນຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນຂອງໂລກທີ່ມີຫຼາກຫຼາຍສີສັນ, ຮ່ວມກັນຊຸກຍູ້ການຫັນເປັນຫຼາຍຂົ້ວຂອງໂລກທີ່ສະເໝີພາບ ແລະ ເປັນລະບຽບ, ຮ່ວມກັນຄັດຄ້ານ “ການຕັດຂາດສາຍສຳພັນທາງດ້ານເສດຖະກິດ”, ຈຸດຢືນເຫຼົ່ານີ້ໄດ້ຊີ້ທິດເຍືອງທາງໃຫ້ແກ່ການຂະຫຍາຍສາຍພົວພັນຈີນ-ຝຣັ່ງເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືຕົວຈິງ, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງສາກົນ ແລະອື່ນໆ.

ຈີນ ແລະ ຝຣັ່ງພວມທີ່ຈະມຸ່ງໜ້າສູ່ອີກຮອບ 60 ປີຕໍ່ໜ້ານີ້, ສອງຝ່າຍຈະສືບຕໍ່ອັນເກົ່າຂະຫຍາຍອັນໃໝ່, ຈະໄດ້ສ້າງຜົນງານຢ່າງໃຫຍ່ຫຼວງ, ນີ້ບໍ່ພຽງແຕ່ຈະສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງຈະຊຸກຍູ້ໃຫ້ການຮ່ວມມືຈີນ-ເອີຣົບ, ກໍຄືຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກອີກດ້ວຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn