ພາສາລາວ

ສື່ມວນຊົນຮົງກາລີລົງບົດຄວາມຂອງທ່ານສີຈິ້ນຜິງ

cri2024-05-08 14:39:39

ວັນທີ 8 ພຶດສະພານີ້, ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຫຼວງບູດາເປດເພື່ອຢ້ຽມຢາມຮົງກາລີທາງລັດຖະກິດ, ໜັງສືພິມຊົນຊາດຮົງກາລີໄດ້ລົງບົດຄວາມຂອງທ່ານ ສີຈິ້ນຜິງ ທີ່ພາດຫົວຂໍ້ວ່າ: “ຮ່ວມກັນນຳພາສາຍພົວພັນລະຫວ່າງຈີນກັບຮົງກາລີກ້າວເຂົ້າສູ່ທາງເດີນເຮືອຄຳ.”

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງ ລະບຸວ່າ: ປີນີ້ເປັນປີຄົບຮອບ 75 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຮົງກາລີ, ຕະຫຼອງໄລຍະ 75 ປີຜ່ານມານີ້, ຈີນ ແລະ ຮົງກາລີໄດ້ຍຶດໝັ້ນເຄົາລົບນັບຖືເຊິ່ງກັນແລະກັນ, ປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດ, ສອງຝ່າຍໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງທີມີລະດັບສູງ, ສາຍພົວພັນລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ. ປັດຈຸບັນ, ຈີນ ແລະ ຮົງກາລີລ້ວນແຕ່ພວມຢູ່ໃນໄລຍະສຳຄັນດ້ານການພັດທະນາຂອງຕົນ, ຂ້າພະເຈົ້າຫວັງໃຫ້ຜ່ານການຢ້ຽມຢາມເທື່ອນີ້, ຮ່ວມກັບຮົງກາລີສືບສານມິດຕະພາບທີ່ມີມູນເຊື້ອກັບ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນກັບຮົງກາລີກ້າວຂຶ້ນສູ່ລະດັບໃໝ່.

ບົນຂະບວນການໃໝ່ໃນຍຸກໃໝ່, ຈີນຄອງຄອຍຈະຮ່ວມກັບເພື່ອນມິດຮົງກາລີຂຽນເລື່ອງລາວມິດຕະພາບໃໝ່, ຂຽນປະຫວັດສາດໜ້າໃໝ່ດ້ານການຮ່ວມມື, ຮ່ວມກັນສ້າງອະນາຄົດອັນດີງາມໃຫ້ແກ່ປະຊາຊົນສອງປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn