ພາສາລາວ

ໃນໄລຍະພັກວັນກໍາມະກອນສາກົນປີ2024, ມີມວນຊົນທັງພາຍໃນແລະຕ່າງປະເທດເຂົ້າອອກເມືອງຫຼາຍກວ່າ 8 ລ້ານເທື່ອຄົນ

CRI2024-05-07 11:27:50

ແຫຼ່ງຂ່າວຈາກອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະພັກວັນກໍາມະກອນສາກົນປີ 2024, ພາກສ່ວນກວດກາ ແລະ ຄວບຄຸມຕາມຊາຍແດນໃນທົ່ວປະເທດຈີນໄດ້ຮັບປະກັນໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າອອກເມືອງທັງໝົດ 8.466.000 ເທື່ອຄົນ, ເພີ່ມຂຶ້ນ 35,1% ເມື່ອທຽບໃສ່ໄລຍະພັກວັນກໍາມະກອນສາກົນປີ 2023.

ອີງຕາມຕົວເລກຂໍ້ມູນຈາກສູນຂໍ້ມູນຂ່າວສານກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະພັກວັນກໍາມະກອນສາກົນປີ 2024, ນັກທ່ອງທ່ຽວເຂົ້າອອກເມືອງໄດ້ບັນລຸເຖິງ 3.672.000 ເທື່ອຄົນ, ໃນນັ້ນ, ນັກທ່ອງທ່ຽວເຂົ້າເມືອງບັນລຸເຖິງ 1.775.000 ເທື່ອຄົນ, ນັກທ່ອງທ່ຽວອອກເມືອງບັນລຸເຖິງ 1.897.000 ເທື່ອຄົນ.

ນອກນີ້, ຕົວເລກຂໍ້ມູນແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະພັກວັນກໍາມະກອນສາກົນປີ 2024, ມີນັກທ່ອງທ່ຽວຈອງການທ່ອງທ່ຽວເຂົ້າເມືອງລ່ວງໜ້າເພີ່ມຂຶ້ນ 130% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການບໍລິການຊໍາລະເງິນທີ່ສະດວກວ່ອງໄວໄດ້ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວ ແລະ ບໍລິໂພກຢູ່ຈີນ. ສັງເກດໄດ້ຈາກໃນໄລຍະພັກວັນກໍາມະກອນສາກົນ, ການບໍລິໂພກຜ່ານທາງ Alipay ຂອງນັກທ່ອງທ່ຽວສາກົນໄດ້ເພີ່ມຂຶ້ນ 7 ເທົ່າຕົວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ສື່ມວນຊົນຝຣັ່ງລົງບົດຄວາມຂອງທ່ານສີຈິ້ນຜິງ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn