ພາສາລາວ

ນັກບິນອະວະກາດ 3 ຄົນປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ເຂົ້າສູ່ສະຖານີອະວະກາດຈີນຢ່າງສຳເລັດຜົນ

CRI2024-04-26 14:47:57

ໃນເວລາ 20 ໂມງ 59 ນາທີຂອງວັນທີ 25 ເມສານີ້, ຢູ່ສູນສົ່ງດາວທຽມຈິວສວນ, ຈີນໄດ້ຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນແລະຍານອະວະກາດບັນທຸກຄົນດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກ.

ອີງຕາມຂໍ້ມູນຂ່າວສານຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ: ຫຼັງຈາກຍານອະວະກາດບັນທຸກຄົນໄດ້ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດແບບອັດຕະໂນມັດຢ່າງວ່ອງໄວແລະສຳເລັດຜົນແລ້ວ, ຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ໄດ້ເຂົ້າສູ່ສະຖານີອະວະກາດ “ທ່ຽນກົ່ງ” ຢ່າງສຳເລັດຜົນໃນເວລາ 5 ໂມງ 4 ນາທີຂອງວັນທີ 26 ເມສານີ້.

ຫຼັງຈາກນັ້ນ, ຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ຈະດຳເນີນການຜັດປ່ຽນກັນໃນວົງໂຄຈອນກັບຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ທີ່ກຳລັງປະຕິບັດພາລະກິດຢູ່ວົງໂຄຈອນໃນສະຖານີອະວະກາດ, ແລະສຳເລັດວຽກງານທີ່ຖືກກຳນົດໄວ້ຕ່າງໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn