ພາສາລາວ

ຈີນແລະບັງກະລາເດັດຈະຈັດການເຝິກຊ້ອມຮ່ວມກອງທັບບົກ “ມິດຕະພາບສີຄຳ-2024”

CRI2024-04-26 14:46:48

ວັນທີ 25 ເມສານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກະຊວງປ້ອງກັນປະເທດຈີນວ່າ: ໂດຍອີງຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງກອງທັບສອງປະເທດຈີນແລະບັງກະລາເດັດ, ກອງທັບບົກຂອງກອງທັບປົດປ່ອຍປະຊາຊົນຈີນຈະສົ່ງທະຫານບົກເດີນທາງໄປບັງກະລາເດັດໃນຕົ້ນເດືອນພຶດສະພາໜ້ານີ້, ເພື່ອຮ່ວມກັບທະຫານບົກຂອງກອງທັບບັງກະລາເດັດຈັດການເຝິກຊ້ອມຮ່ວມກອງທັບບົກ “ມິດຕະພາບສີຄຳ-2024” . ການເຝິກຊ້ອມຄັ້ງນີ້ຖືເອົາການຕໍ່ຕ້ານການກໍ່ການຮ້າຍຂອງການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງອົງການສະຫະປະຊາຊາດເປັນບ່ອນອີງ, ສອງຝ່າຍຈະຮ່ວມກັນເຝິກຊ້ອມປ້ອງກັນການປຸ້ນຈີ້ລົດເມ, ການກວາດລ້າງຄ້າຍຜູ້ກໍ່ການຮ້າຍແລະອື່ນໆ. ນີ້ແມ່ນການເຝິກຊ້ອມຮ່ວມຄັ້ງທຳອິດທີ່ ຈັດຂຶ້ນລະຫວ່າງສອງກອງທັບຈີນ-ບັງກະລາເດັດ, ເຊິ່ງມີຜົນດີຕໍ່ການເພີ່ມທະວີຄວາມເຂົ້າໃຈແລະມິດຕະພາບລະຫວ່າງສອງກອງທັບ, ລົງເລິກການແລກປ່ຽນແລະຮ່ວມມືຕົວຈິງລະຫວ່າງສອງຝ່າຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn