ພາສາລາວ

ກະຊວງການຄ້າຈີນຕອບໂຕ້ເລື່ອງທີ່ສະຫະພາບເອີຣົບກວດກາຫ້ອງການຂອງວິສາຫະກິດຈີນຢູ່ເອີຣົບຢ່າງກະທັນຫັນ

CRI2024-04-25 14:52:35

ວັນທີ 24 ເມສານີ້, ຜູ້ຮັບຜິດຊອບກົມຊ່ວຍເຫຼືອດ້ານການຄ້າຂອງກະຊວງການຄ້າຈີນໄດ້ກ່າວໃນເວລາຕອບຄຳຖາມນັກຂ່າວກ່ຽວກັບເລື່ອງທີ່ສະຫະພາບເອີຣົບໄດ້ກວດກາຫ້ອງການຂອງວິສາຫະກິດຈີນຢູ່ເອີຣົບຢ່າງກະທັນຫັນວ່າ: ນັບແຕ່ເດືອນກຸມພາປີ 2024 ເປັນຕົ້ນມາ, ສະຫະພາບເອີຣົບໄດ້ດຳເນີນການກວດກາມາແລ້ວ 5 ຄັ້ງ ດ້ວຍຂໍ້ອ້າງທີ່ວ່າວິສາຫະກິດໄດ້ຮັບເງິນອຸດໜູນຈາກຕ່າງປະເທດ, ລ້ວນແຕ່ແນໃສ່ວິສາຫະກິດຈີນ, ເຊິ່ງເທື່ອນີ້ກໍ່ແມ່ນການກວດກາຢູ່ຫ້ອງການຂອງວິສາຫະກິດຈີນເປັນຄັ້ງທຳອິດ.

ຈີນເຫັນວ່າ: ຄະນະກຳມະການສະຫະພາບເອີຣົບບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ, ແລະບໍ່ໄດ້ຕັ້ງຂໍ້ກ່າວຫາໃດໆ, ໂດຍໄດ້ດຳເນີນການກວດກາສະຖານທີ່ດຳເນີນທຸລະກິດປົກກະຕິຂອງວິສາຫະກິດໂດຍກົງ, ຢຶດອຸປະກອນການດຳເນີນທຸລະກິດຂອງວິສາຫະກິດ, ເຊິ່ງໄດ້ຝ່າຝືນຕໍ່ຫຼັກການແລະລະບຽບການທີ່ຊອບທຳ, ລົບກວນລະບຽບການແຂ່ງຂັນຢ່າງຍຸຕິທຳຂອງຕະຫຼາດທີ່ເປັນປົກກະຕິ, ໄດ້ທຳລາຍຄວາມໝັ້ນໃຈຕໍ່ການດຳເນີນທຸລະກິດຢູ່ເອີຣົບຂອງວິສາຫະກິດຕ່າງປະເທດທັງໝົດຢ່າງໜັກໜ່ວງ. ຈີນເຕືອນໃຫ້ສະຫະພາບເອີຣົບຈົ່ງຍຸດຕິແລະແກ້ໄຂການກະທຳທີ່ຜິດພາດໃນທັນທີ, ອຳນວຍສະພາບແວດລ້ອມແບບເປີດກວ້າງ, ຍຸຕິທຳ, ທ່ຽງທຳແລະບໍ່ຈຳແນກຕໍ່ການລົງທຶນດຳເນີນທຸລະກິດຢູ່ເອີຣົບຂອງວິສາຫະກິດແຕ່ລະປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn