ພາສາລາວ

“ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ” ຄັ້ງປະຖົມມະເລີກໄຂຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍຈີນ

CRI2024-04-25 14:26:42

ວັນທີ 24 ເມສານີ້, “ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ” ຄັ້ງປະຖົມມະເລີກໄດ້ໄຂຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍຈີນ, ທ່ານຈ່າງ ກົວ ຊີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂ, ໂດຍທ່ານໄດ້ອ່ານເນື້ອໃນຈົດໝາຍອວຍພອນຂອງທ່ານສີຈິ້ນຜິງປະທານປະເທດຈີນແລະໄດ້ກ່າວຄຳປາໄສ. ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ມະຫາວິທະຍາໄລແລະສະຖາບັນຄົ້ນຄວ້າວິທະຍາສາດໃນຂົງເຂດການບິນອະວະກາດຂອງຈີນປະເທດອາເມຣິກາລາຕິນແລະຄາຣິບບຽນໄດ້ເຂົ້າຮ່ວມພິທີໄຂ.

ທ່ານຈ່າງ ກົວ ຊີ່ງກ່າວຊີ້ອອກວ່າ: ຈົດໝາຍອວຍພອນຂອງທ່ານປະທານສີຈິ້ນຜິງໄດ້ໃຫ້ຄວາມກະຈ່າງແຈ້ງແກ່ທິດທາງການລົງເລິກການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ. ທ່ານກ່າວຕື່ມວ່າ: ຈີນຈະປະຕິບັດຕາມຈິດໃຈຈົດໝາຍອວຍພອນຂອງທ່ານປະທານສີຈິ້ນຜິງຢ່າງເລິກເຊິ່ງ, ຊຸກຍູ້ໃຫ້ການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນກ້າວຂຶ້ນສູ່ລະດັບທີ່ສູງກວ່າເກົ່າຢ່າງຕໍ່ເນື່ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn