ພາສາລາວ

ທ່ານສີຈິ້ນຜິງສົ່ງຈົດໝາຍອວຍພອນໄປຍັງ “ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ”ຄັ້ງປະຖົມມະເລີກ

CRI2024-04-24 14:39:03

ວັນທີ 24 ເມສານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງຈົດໝາຍອວຍພອນໄປຍັງ “ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ”ຄັ້ງປະຖົມມະເລີກ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ປີ 2024 ນີ້ແມ່ນປີທີ່ຂ້າພະເຈົ້າກັບຜູ້ນຳປະເທດອາເມຣິກາລາຕິນແລະຄາຣິບບຽນໄດ້ຮ່ວມກັນປະກາດສ້າງຕັ້ງເວທີເປິກສາຫາລືປະຊາຄົມຮ່ວມລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນຄົບຮອບ 10 ປີ. ໃນຮອບ 10 ປີຜ່ານມາ, ການຮ່ວມມືໄມຕີຈິດໃນແຕ່ລະຂົງເຂດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນໄດ້ຮັບການພັດທະນາຢ່າງຈະເລີນຮຸ່ງເຮືອງຂຶ້ນ, ເຊິ່ງໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນເຂົ້າສູ່ຍຸກໃໝ່ຢ່າງສະເໝີພາບກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ມີການປະດິດສ້າງໃໝ່, ເປີດກວ້າງແລະມີຜົນປະໂຫຍດຕໍ່ປະຊາຊົນ. ໃນຊຸມປີມໍ່ໆມານີ້, ການຮ່ວມມືໃນຂົງເຂດດາວທຽມສື່ສານທາງໄກແລະຂົງເຂດອື່ນໆລະຫວ່າງສອງຝ່າຍໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັນກັບປະເທດອາເມຣິກາລາຕິນແລະຄາຣິບບຽນ, ຖືເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດແຫ່ງຊາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນເປັນຈຸດເລີ່ມຕົ້ນ, ສ້າງການພົວພັນຄູ່ຮ່ວມມືການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນທີ່ມີລະດັບສູງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn